ກອງປະຊຸມພະນັກງານທົ່ວປະເທດ ຊາບຊືມມະຕິກອງປະຊຸມສູນກາງພັກຄັ້ງທີ 4
ກອງປະຊຸມສູນກາງພັກຄັ້ງທີ 4
ພາບ: thanhnien.com.vn
(vovworld) - ວັນທີ 28/2 ແມ່ນມື້ເຮັດວຽກທີ 2 ຂອງກອງປະຊຸມພະນັກງານທົ່ວປະເທດຊາບຊືມ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ຊຸດທີ 11(ເອີ້ນຫຍໍ້ວ່າມະຕິກອງປະຊຸມສູນກາງພັກຄັ້ງທີ 4) - ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກປະຈຸບັນ.
ຕອນເຊົ້າວັນທີ 28/2, ບັນດາຜູ້ແທນໄດ້ເຮັດວຽກຢູ່ຕາມຫນ່ວຍປຶກສາ, ຊາບຊືມມະຕິກອງປະຊຸມສູນກາງພັກຄັ້ງທີ 4, ຄຳສັ່ງຂອງກົມການເມືອງກ່ຽວກັບການປະຕິບັດມະຕິດັ່ງກ່າວ, ປະກອບຄຳເຫັນໃສ່ແຜນຮ່າງປະຕິບັດມະຕິ. ຜ່ານການປຶກສາຫາລື, ບັນດາຜູ້ແທນໄດ້ເປັນເອກະພາບສູງຕໍ່ການຕີລາຄາຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານກໍ່ສ້າງພັກ. ບັນດາຜູ້ແທນເຫັນດີຕໍ່ໝວດມາດຕະການ ຊຶ່ງມະຕິກອງປະຊຸມສຸູນກາງພັກຄັ້ງທີ 4 ໄດ້ຍົກອອກ. ເມື່ອປຶກສາຫາລືກ່ຽວກັບຄຳສັ່ງຂອງກົມການເມືອງກ່ຽວກັບການປະຕິບັດມະຕິດັ່ງກ່າວ, ບັນດາຜູ້ແທນຖືວ່າ: ເພື່ອໃຫ້ມະຕິເຂົ້າສູ່ຊີວິດ, ຕ້ອງຖືເປັນສຳຄັນວຽກງານໂຄສະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ. ການນຳຫລັກແຫລ່ງຂັ້ນຕ່າງໆ, ເປັນຕົ້ນແມ່ນຜູ້ນຳຫນ້າຕ້ອງເປັນແບບຢ່າງ, ຮັກສາຖືກກັບຫລັກການ ບໍ່ປະໃຫ້ບັນດາອິດທິກຳລັງເປັນປໍລະປັກສວຍໃຊ້, ເສກສັນປັ້ນແຕ່ງ, ຍຸແຍ່. ປະຕິບັດບັນດາໝວດມາດຕະການກ່ຽວກັບການຈັດຕັ້ງ, ພະນັກງານ, ການດຳເນີນຊີວິດກ່ຽວກັບວຽກງານພັກ, ກ່ຽວກັບກົນໄກ, ນະໂຍບາຍ ແລະ ວຽກງານສຶກສາດ້ານການເມືອງ, ແນວຄິດ, ຖືວຽກງານກວດກາ, ຕິດຕາມກວດກາ, ເຊີດຊູການຕຳນິຕິຊົມເປັນສຳຄັນ.