ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ພາບ:nguoiduatin.vn
|
(vovworld)- ກອງປະຊຸມ
ພະນັກງານທົ່ວປະເທດວຽກງານຈັດຕັ້ງ,ກໍ່ສ້າງພັກປີ2015 ດຳເນີນໄປໃນຕອນເຊົ້າວັນທີ 29/1 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 450 ຄົນ. ນີ້ແມ່ນເຫດການສຳຄັນຖືກຈັດຂຶ້ນກ່ອນທີ່ດຳເນີນກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ທ່ານຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ຕາມແຜນການແລ້ວ, ກອງປະຊຸມຈະປຶກສາຫາລືບັນດາບັນຫາພື້ນຖານໃນວຽກງານຈັດຕັ້ງການກໍ່ສ້າງພັກ, ເປັນເສນາທິການຊ່ວຍກົມການເມືອງ, ຄະນະເລຂາສູນກາງພັກ, ອົງຄະນະພັກທຸກຂັ້ນ ກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ.