ກອງປະຊຸມພາກພື້ນກ່ຽວກັບການຮັບປະກັນຄວາມປອດໄພການບິນໃນພາກພື້ນອາຟຼິກາແລະຕາເວັນອອກກາງ
(VOVWORLD) -ກອງປະຊຸມກ່ຽວກັບຮັບປະກັນຄວາມປອດໄພການບິນຂອງພາກພື້ນ ອາຟຼິກາ ແລະ ຕາເວັນອອກກາ ຈະຖືກຈັດຂຶ້ນຢູ່ ນະຄອນ Sharm el Sheikh ປະເທດ ອີຢີບ ແຕ່ວັນທີ 22 -24 ສິງຫາ.
ທ່ານ Olumuyiwa Benard Aliu.ປະທານ ICAO
ພາບ:egyptindependent.com
|
ປະຊຸມດ້ວຍຫົວຂໍ້ວ່າ “ແຜນການຮັບປະກັນຄວາມປອດໄພການບິນທົ່ວໂລກ (GASP): ວິວັດການເພີ່ມທະວີການຮັບປະກັນຄວາມປອດໄພການບິນຢູ່ ອາຟຼິກາ ແລະ ຕາເວັນອອກກາງ. ກອງປະຊຸມຈະປຶກສາຫາລືກ່ຽວກັບການປະຕິບັດແຜນການ GASP ຊື່ງໄດ້ຮັບການຮັບຮອງເອົາຈາກກອງປະຊຸມສະມັດຊາຄັ້ງທີ 39 ຂອງ ICAO ທີ່ໄດ້ຈັດຂຶ້ນຢູ່ ນະຄອນ Montreal ປະເທດ ການາດາ ໃນເດືອນຕຸລາປີ 2016 ກໍ່ຄືການຜັນຂະຫຍາຍແຜນການດຳເນີນງານຢູ່ພາກພື້ນ ອາຟຼິກາ ແລະ ຕາເວັນອອກກາງ.