ກອງປະຊຸມມໍລະດົກວັດທະນະທຳບໍ່ເປັນວັດຖຸ ອາຊີ - ປາຊີຟິກປີ2018

(VOVWORLD) -ວັນທີ 6 ພະຈິກ, ຢູ່ ນະຄອນ ເຫ້ວ ໄດ້ດຳເນີນກອງປະຊຸມມໍລະດົກວັດທະນະທຳບໍ່ເປັນວັດຖຸ ຢູ່ ອາຊີ - ປາຊີຟິກປີ 2018 ດ້ວຍຫົວຂໍ້: “ບັນດາອົງການບໍ່ຂຶ້ນກັບລັດຖະບານກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸເພື່ອການພັດທະນາວົງຄະນາຍາດຢ່າງໝັ້ນຄົງ”. 

ກອງປະຊຸມມໍລະດົກວັດທະນະທຳບໍ່ເປັນວັດຖຸ ອາຊີ - ປາຊີຟິກປີ2018 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:baotainguyen

ກອງປະຊຸມຖືກຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີການແລກປ່ຽນ ແລະ ສ້າງຄວາມເຂົ້າໃຈສາຍກ່ຽວພັນລະຫວ່າງມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ການພັດທະນາແບບຍືນຍົງໃຫ້ແຈ້ງກວ່າ ເພື່ອມອບສິດໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານເຂົ້າຮ່ວມການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸໃນພາກພື້ນ. ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນບົດຮຽນກ່ຽວກັບໂຄງການກ່ຽວຂ້ອງເຖິງບົດບາດ ແລະ ຄວາມສາມາດບົ່ມຊ້ອນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານເພື່ອອະນຸລັກຮັກສາວັດທະນະທຳບໍ່ເປັນວັດຖຸ, ສຶກສາບັນຫາມໍລະດົກບໍ່ເປັນວັດຖຸເພື່ອພັດທະນາແບບຍືນຍົງ, ພັດທະນາຮອບດ້ານບັນດານະຄອນ ແລະ ວົງຄະນາຍາດຜ່ານການໂຄສະນາກ່ຽວກັບມໍລະດົກບໍ່ເປັນວັດຖຸ. ໃນໂອກາດນີ້ ຍັງດຳເນີນວາລະປະຊຸມພິເສດກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ