ກອງປະຊຸມລັດຖະມົຕີ ຖະແຫຼງຂ່າວອາຊຽນ ຄັ້ງທີ 11

ກອງປະຊຸມລັດຖະມົຕີ ຖະແຫຼງຂ່າວອາຊຽນ ຄັ້ງທີ 11 - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ ຫງວຽນ​ແທ່ງ​ຮື​ງ
 ( ພາບ : vietnamplus.vn )

( vovworld ) - “ ມູນ​ເຊື້ອ, ​ເຊື່ອມ​ຕໍ່​ປະຊາຊົ​ນ ​ແລະ ຜຸ​ກຮັດ​ບັນດາ​ພື້ນຖານ​ວັດທະນະທຳ​​ເພື່ອ​ມູງ​ໄປ​ເຖິງປະຊາ​ຄົມ​ອາຊຽນ ” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ​ອາຊຽນຄັ້ງ​ທີ 11 ( AMRI - 11 ) ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 1/3, ຢູ່ Kuala Lumpur ປະ​ເທດມາ​ເລ​ເຊຍ, ກອງ​ປະຊຸມ​ໄດ້​ສຸ​ມ​ໃສ່ປຶກສາ​ຫາລື​ກ່ຽວ​ກັບ​ການ​ມີໜ້າ​ຂອງ​ບັນດາ​ພາຫະນະ​ສື​່ມວນ​ຊົນ​ໃໝ່, ພິ​ເສດ​ແມ່ນ​ສື່​ສານ​ສັງ​ຄົມ​​ເປັນເຄື່ອງ​ມື​ທີ່​ສຳຄັນ​ເພື່ອ​ແລກປ່ຽນ ​ແລະ  ມີ​ການ​ກະທົບເຊິ່ງກັນ ​ແລະ ກັນ​ໃນ​ອາ​ຊຽນ. ບັນດາ​ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ​ອາຊຽນ ​ໄດ້​ເຫັນ​ດີ​ເປັນ​​ເອກະພາບໂດຍ​ຖື​ວ່າ ການສື່​ສານດ້ານ​ສັງຄົມ​ແມ່ນ​ຊ່ອງ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ ​ແລະ ມີຄວາມສຳຄັນ​ທີ່​ສຸດໃນ​ການ​​ເຊື່​ອມຕໍ່​ປະຊາຊົນ, ຊຸກຍູ້​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ ​ແລະ ​ເຊື່ອມ​ໂຍງ. ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່​ສານ ຫງວຽນ​ແທ່ນ​ຮື​ງ, ຫົວໜ້າຄະນະຜູ້​ແທນ​ຫວຽ​ດນາມ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ວຽກ​ງານ​ຖະ​ແຫຼ​ງຂ່າ​ວ​ໃນ​ການ​​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ. ທ່ານ ຫງວຽນ​ແທ່ງ​ຮື​ງ ກໍ່​ຖື​ວ່າ ການສື່​ສານ​ໄດ້​ຊ່ວຍ​ຜຸ​ກຮັດ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ອາ​ຊຽນທີ່​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ພ້ອມ​ກັນ​ແບ​່ງປັນ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທ້າຍ, ການ​ຮ່ວມມື​ມິດ​ຕະພາບ​​ເພື່ອ​ຜົນ​ປະ​ໂຫຍ​ດ, ​ເພື່ອ​ຄວາມ​ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ