ກອງປະຊຸມລັດຖະມົນຕີ TPP ສືບຕໍ່ປະຊຸມ ໃນເດືອນ 01/2014

ກອງປະຊຸມລັດຖະມົນຕີ TPP ສືບຕໍ່ປະຊຸມ ໃນເດືອນ 01/2014 - ảnh 1
ກອງ​ປະຊຸມ​ລັດຖະມົນຕີ TPP
(ພາບ: vietnamplus.vn)


(vovworld) – ວັນ​ທີ 10/12, ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ການ​ຄ້າ​​ເຂດ​ປາຊີ​ຝີ​ກ (TPP) ​ໄດ້ສິ້ນ​ສຸດ​ລົງ​ຢູ່ສິງກະ​ໂປ, ພາຍຫຼັງ​ເຮັດ​ວຽກ​ມາເປັນ​ເວລາ 4 ວັນ, ​​ແຕ່ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ຢ່າງ​ຄົບ​ຖ້ວນ. ທີ່​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ, ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ ທ່ານ Michael Froman ​ໃຫ້​ຮູ້​ວ່າ, ບັນດາ​ຄະນະ​ຜູ້​ແທນ​ໄດ້​ເຫັນ​ດີ​ໃນ​ຫຼາຍ​ບັນຫາ ກໍ່​ຄື​ກຳນົດ​ໄດ້​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ຄົງ​ຂ້າງ ​ເຊິ່ງຝ່າຍ​ຕ່າງໆ​ຕ້ອງ​ສືບ​ຕໍ່​ປຶກສາ​ຫາ​ລື. ຜູ້​ຕາງ​ໜ້າຫຼາຍປະ​ເທດ​ໄດ້​ຕົກລົງ​ປະຊຸມ​ກັນໃນ​ບັນດາເຈລະຈາຄັ້ງ​ຕໍ່​ໄປ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​​ເດືອນ 01/2014, ກ່ຽວ​ກັບບັນດາ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ​ຄື: ຊັບ​ສິນ​ພູມ​ປັນຍາ ​ແລະ ການ​ປະຕິ​ຮູບລັດ​ວິ​ສາ​ຫະກິດ​. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວກັບ​ຂົງ​ເຂດ​ຕໍ່າ​​ແຜ່ນ​ຕັດຫຍິບ, ​ເຊິ່ງ​ແມ່ນໜຶ່ງ​ໃນ​ບັນດາ​ບັນຫາ​ໃຫຍ່​ຂອງ​ບາງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຮອບ​ເຈລະຈາ ​ໃນ​ນັ້ນ​ມີ​ຫວຽດນາມ, ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ ທ່ານ Michael Froman ​ໃຫ້​ຮູ້​ວ່າ ​ອາ​ເມ​ລິ​ກາໄດ້​ມີ​ບັນດາ​ການ​ເຈລະຈາ​ຢ່າງ​ຕັ້ງໜ້າ​ກັບ​ຫວຽ​ດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື TPP ອື່ນໆ ກ່ຽວ​ກັບ​ບັນຫາ​ສຳ​ພັດ​ກັບ​ຕະຫຼາດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ຕໍ່າ​​ແຜ່ນ​ຕັດຫຍິບ. ທ່ານ Michael Froman ຢືນຢັນ​ວ່າ ບັນດາ​ຄະນະ​​ເຈລະຈາ​ໄດ້​ມີ​ການສົມທົບ​ກັນ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ທີ່​ເໝາະ​ສົມ.

        ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ ​ເຈີ​ນກ໋ວກ​ແຄງ, ຫົວ​ໜ້າ​ຄະນະ​ເຈລະຈາ TPP ຂອງ​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເຫດຜົນ​ຕົ້ນ​ຕໍ່​ທີ່​ພາ​ໄປ​ເຖິງ​​ເລື່ອງບັນດາ​ຝ່າຍ​ເຈລະຈາ ​ເຖິງ​ວ່າ​ໄດ້​ມານະ​ພະຍາຍາມ​ແລ້ວ ​ແຕບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ​ແມ່ນ​ຍ້ອນ​ມີ​ຫຼາຍ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ​ຍາກ​ທີ່​ຈະ​ແກ້​ໄຂ​ໄດ້​ໃນ​ຮອບ​ເຈລະຈາ​ຄັ້ງ​ນີ້. ທ່ານ​ຮອງ​ລັດຖະມົນຕີ​ ເຈີນກ໋ວກ​ແຄງ ​ໃຫ້​ຮູ້​ວ່າ, ບັນດາ​ຝ່າຍ​ພວມ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ຕໍ່​ໄປ, ອາດ​ສາມາດ​ຈັດ​ຕັ້ງ​ໃນ​ເດືອນ 01/2014, ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື ບົນ​ອີ່ງ​ໃສ່ບັນດາຄວາມກ້າວໜ້າ​ທີ່​ບັນລຸ​ໄດ້​ໃນ​ຮອບ​ເຈລະຈາ​ຄັ້ງ​ນີ້ຢູ່​ສິງກະ​ໂປ.

ຂ່າວ/ບົດ​ອື່ນ