ກອງປະຊຸມລັດຖະມົນຕີ ບັນດາປະເທດອາຊຽນ ກ່ຽວກັບຢາເສບຕິດ
ຜູ້ຕາງໜ້າບັນດາປະເທດອາຊຽນປຶກສາຫາລືຢູ່ທີ່ກອງປະຊຸມ
(ພາບ : internet)
|
Vovworld- ຕອນເຊົ້າວັນທີ 31/8 ຢູ່ບາງກອກປະເທດໄທ, ໄດ້ໄຂກອງປະຊຸມ ລັດຖະມົນຕີບັນດາປະເທດ ອາຊຽນກ່ຽວກັບຢາເສບຕິດ. ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນຕີ Pham Quy Ngo ຮອງລັດຖະມົນຕີກະຊວງດັ່ງກ່າວເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ດຳເນີນໂດຍມີການເຂົ້າຮ່ວມຂອງຜູ້ແທນ 10 ປະເທດອາຊຽນເກືອບ 100 ທ່ານ ພ້ອມກັບຄະນະເລຂາອາຊຽນ ໂດຍພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງຍຸດຕິທຳໄທ ປຣະຈາພົມນອກ ແລະ ຮອງເລຂາທິການໃຫຍ່ ອາຊຽນ. ກ່ອນນັ້ນ, ໃນວາລະໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີໄທ ຈະເຫຼີມຢູບຳຣຸງ ຖືວ່າ ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຕ້ານໄພ ຢາເສບຕິດໃນ ອາຊຽນ ແມ່ນຈຳເປັນທີ່ສຸດ, ເພາະໃນປະຈຸບັນ, ຫຼາຍປະເທດໃນ ກຸ່ມອາຊຽນພວມຮັບຜົນສະທ້ອນຢ່າງໃຫຍ່ຫຼວງຈາກບັນຫາຢາເສບຕິດ, ໃນນັ້ນມີໄທ. ທ່ານຮອງນາຍົກລັດຖະມົນຕີໄທ ຈະເຫຼີມຢູບຳຣຸງ ເນັ້ນໜັກວ່າ ບັນຫາຢາເສບຕິດມີລັກສະນະຮີບດ່ວນ ແລະ ໃນວົງກ້ວາງ, ເພາະສະນັ້ນ ບັນດາປະເທດອາຊຽນ ຄວນເພີ່ມທະວີການຮ່ວມມືພາຍໃນກຸ່ມກ່ຽວກັບບັນຫາແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ເພື່ອກ້າວໄປເຖິງການລົບລ້າງສະພາບການເຄື່ອນໄຫວຜະລິດ, ຄ້າຂາຍຢາເສບຕິດໃນພາກພື້ນໃນປີ 2015 .