ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ, ລັດເຊຍ, ອິນເດຍ ອອກຖະແຫຼງການຮ່ວມ
ກອງປະຊຸມລັດຖະມົນຕີການຕ່າງປະເທດ
ຈີນ, ລັດເຊຍ, ອິນເດຍ ອອກຖະແຫຼງການຮ່ວມ
(ພາບ: TTXVN)
(vovworld) – ກອງປະຊຸມຄັ້ງທີ 13 ບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ, ລັດເຊຍ ແລະ ອິນເດຍ ດຳເນີນໄປຢູ່ປັກກິງ ໃນວັນທີ 02/02. ສິ້ນສຸດກອງປະຊຸມ 3 ຝ່າຍ ໄດ້ອອກຖະແຫຼງການຮ່ວມ ລວມມີ 30 ຂໍ້. ຖະແຫຼງການຊີ້ແຈ້ງວ່າ, ບັນດາປະເທດມີຜົນສະທ້ອນສຳຄັນໃນພາກພື້ນ ແລະ ສາກົນ ທັງແມ່ນຕະຫຼາດຫາກໍ່ພົ້ນເດັ່ນ, ຈີນ, ລັດເຊຍ ແລະ ອິນເດຍ ຕ້ອງປະຕິບັດຕາມຈິດໃຈເປີດປະຕູ, ສາມັກຄີ, ເຂົ້າໃຈ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເພີ່ມທະວີການສົມທົບກັນໃນບັນດາບັນຫາສາກົນ… ຖະແຫຼງການກໍ່ຢືນຢັນຄືນໃໝ່ວ່າ 3 ປະເທດ ຢືດໝັ້ນສະໜັບສະໜູນສະຫະປະຊາຊາດເຊິ່ງແມ່ນອົງການຫຼາຍຝ່າຍທີ່ໄດ້ຊ່ວຍເຫຼືອປະຊາຄົມສາກົນປົກປັກຮັກສາສັນຕິພາບ ແລະ ຄວາມປອດໄພສາກົນ, ຊຸກຍູ້ເພື່ອພ້ອມກັນພັດທະນາ, ປົກປ້ອງສິດທິມະນຸດ. ລັດຖະມົນຕີວ່າການກະຊວງການຕ່າງປະເທດ 3 ປະເທດ ໃຫ້ຄຳໝັ້ນສັນຍາ ພ້ອມກັນມານະພະຍາຍາມຊອກຫາຄວາມສະຫງົບປອດໄພລວມ, ຮ່ວມມື ແລະ ໝັ້ນຄົງ.