ກອງປະຊຸມລັດຖະມົນຕີການຕ່າງປະເທດເຢຍລະມັນ,ຝລັ່ງ,ລັດເຊຍແລະຢູແກຼນຢູ່Berlin
ກອງປະຊຸມລັດຖະມົນຕີການຕ່າງປະເທດ
ເຢຍລະມັນ,ຝລັ່ງ,ລັດເຊຍແລະຢູແກຼນຢູ່Berlin
(ພາບປະກອບ)
(vovworld) – ວັນທີ 12/09, ລັດຖະມົນຕີການຕ່າງປະເທດເຢຍລະມັນ, ຝລັ່ງ, ລັດເຊຍ ແລະ ຢູແກຼນ ໄດ້ຈັດກອງປະຊຸມຢູ່ Berlin, ປະເທດເຢຍລະມັນ, ເພື່ອປຶກສາຫາລືກ່ຽວກັບຄຳສັ່ງຢຸດຍິງຢູ່ພາກຕາເວັນອອກຢູແກຼນ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດເຢຍລະມັນ Frank Walter Steinmeier ໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ບັນລຸໄດ້ຄາດໝາຍລະຫວ່າງລັດເຊຍ ແລະ ຢູແກຼນ ຮ່ວມມືເພື່ອຮັບປະກັນຄຳສັ່ງຢຸດຍິງທີ່ແກ່ຍາວ, ປະຕິບັດບັນດາຂໍ້ມາດຕາໃນຂໍ້ຕົກລົງສັນຕິພາບຄື: ຖອນອາວຸດ, ຊ່ວຍບັນດານັກສັງເກດການຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ສຳພັດບັນດາສະຖານທີ່ເພື່ອສຳຫຼວດກວດກາສະພາບການ. ກອງປະຊຸມຄັ້ງນີ້ກໍເພື່ອແນໃສ່ກະກຽມໃຫ້ການພົບປະຄັ້ງສຸດຍອດ 4 ຝ່າຍ ຢູ່ປາຣີ ໃນຕົ້ນເດືອນ 10 ຈະມາເຖິງ.