ກອງປະຊຸມລັດຖະມົນຕີສະຫະກອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 10
ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທີ້ງ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) – ດ້ວຍຫົວຂໍ້ວ່າ “ວິໄສທັດຮອດປີ 2030: ເພີ່ມທະວີການໜູນຊ່ວຍ ແລະ ການຮ່ວມມືລະຫວ່າງລັດຖະບານກັບສະຫະກອນເພື່ອປະຕິບັດບັນດາຄາດໝາຍັດທະນາແບບຍືນຍົງ”. ກອງປະຊຸມລັດຖະມົນຕີສະຫະກອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 10 (ICA –AP) ໄຂຂຶ້ນໃນຕອນເຊົ້າວັນທີ 18/4, ຢູ່ຮ່າໂນ້ຍ, ໄດ້ດຶງດູດຜູ້ແທນສາກົນເກືອບ 500 ຄົນ, ລັດຖະມົນຕີບາງປະເທດ, ເອກອັກຄະລັດຖະທູດ, ການນຳບັນດາອົງການສາກົນ, ບັນດາອົງການສະມາຊິກ ແລະ ຜູ້ຕາງໜ້າຂະບວນການສະຫະກອນບັນດາປະເທດ ແລະ ຫວຽດນາມເຂົ້າຮ່ວມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທີ້ງ ໄດ້ສະແດງຄວາມເປັນກຽດເມື່ອ ຫວຽດນາມ ແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີສະຫະກອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 10 ແລະ ຢັ້ງຢືນວ່າ: ນີ້ແມ່ນເວລາທີ່ ຫວຽດນາມ ອາດຈະປະກອບສ່ວນແທດຈິງໃຫ້ສະຫະກອນພາກພື້ນ ອາຊີ - ປາຊີຟິກກ່ວາອີກ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ສະຫະກອນ ແລະ ປະຊາຊົນ. ກອງປະຊຸມນີ້ໄດ້ຮັບການຈັດຕັ້ງໃນຈຸດເວລາທີ່ສາກົນ ແລະ ພາກພື້ນມີການຜັນແປ, ທັງມີກາລະໂອກາດ ແລະ ສິ່ງທ້າທາຍ. ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ເນັ້ນໜັກວ່າ:
“ຂ້າພະເຈົ້າຖືວ່າ ICA –AP ຕ້ອງສຸມໃສ່ແກ້ໄຂບັນດາບັນຫາຮີບດ່ວນໃນປະຈຸບັນຜ່ານການຍູ້ແຮງການຮ່ວມມື ແລະ ວິໄສທັດໄລຍະຍາວ. ພວກຂ້າພະເຈົ້າຕ້ອງຊຸກຍູ້ເສດຖະກິດການຮ່ວມມື, ສະຫະກອນ. ປັບປຸງໂຄງປະກອບບຸລິມະສິດ ICA –AP, ເພື່ອແນໃສ່ຊຸກຍູ້ການເພີ່ມທະວີການຮ່ວມມື, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາສະຫະກອນ, ດການເຕີບໂຕມີຫົວຄິດປະດິດສ້າງ ແລະ ຮັດແຄບຊ່ອງຫວ່າງພັດທະນາ. ພວກເຮົາຕ້ອງສ້າງບັນດາປະຊາຄົມສະຫະກອນໝັ້ນຄົງເຂັ້ມແຂງ ແລະ ພັດທະນາແບບຍືນຍົງ, ຖືປະຊາຊົນ ແລະ ສະຫະກອນເປັນໃຈກາງຂອງການພັດທະນາ.”