ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:http://nguyentandung.org
|
(vovworld)- ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 47 ຈະຖືກຈັດຂຶ້ນແຕ່ວັນທີ 22-25/8 ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ແມ່ນບາດກ້າວສຸດທ້າຍກ່ອນທີ່ປະຊາຄົມເສດຖະກິດ ອາຊຽນ (AEC) ໄດ້ຮັບການສ້າງຕັ້ງໃນທ້າຍປີ 2015. ກອງປະຊຸມຈະປຶກສາຫາລືການປະຕິບັດບັນດາມາດຕະການຂອງ AEC, ວິໄສທັດເສດຖະກິດ ອາຊຽນ 2015-2025, ແຜນການດຳເນີນງານຍຸດທະສາດໃຫ້ 10 ປີຕໍ່ໄປ ແລະ ການພັດທະນາຂອງແຜນການສັງລວມວິສາຫະກິດຂະຫນາດກາງ ແລະ ນ້ອຍໄລຍະ 2016-2025, ພິເສດ ແມ່ນສຳເລັດບັນດາຄຳໝັ້ນສັນຍາທີ່ໄດ້ເຫັນດີໃນແຜນການລະອຽດຂອງ AEC 2015. ເລື່ອງ ສ້າງຕັ້ງ AEC ແມ່ນຕະຫລາດຫນຶ່ງດຽວ, ເປັນເອກະພາບລະຫວ່າງບັນດາປະເທດສະມາຊິກ ອາຊຽນ ຈະເຮັດໃຫ້ GDP ຂອງ ອາຊຽນເພີ່ມຂຶ້ນ 4.700 ຕື້ USD ໃນປີ 2020 ເມື່ອທຽບໃສ່ລະດັບ 2.700 ຕື້ USD ປະຈຸບັນ.