ກອງປະຊຸມລະຫວ່າງຂະແໜງກຳປູເຈຍແລະບັນດາວິສາຫະກິດຢາງພາລາຫວຽດນາມ
(ກອງປະຊຸມລະຫວ່າງຂະແໜງກຳປູເຈຍ
ແລະບັນດາວິສາຫະກິດຢາງພາລາຫວຽດນາມ)
(vovworld) - ຕອນເຊົ້າວັນທີ 02/08, ຢູ່ຫ້ອງວ່າການສະພາລັດຖະມົນຕີກຳປູເຈຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 2 ລະຫວ່າງກະຊວງກະສິກຳ - ປ່າໄມ້ - ການປະມົງ, ບັນດາອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບາງທ້ອງຖິ່ນຂອງກຳປູເຈຍ ກັບບັນດາບໍລິສັດຢາງພາລາຫວຽດນາມ ໄດ້ຜັນຂະຫຍາຍບັນດາໂຄງການປູກຕົ້ນຢາງພາລາຢູ່ລາຊະອານາຈັກກຳປູເຈຍ. ທີ່ກອງປະຊຸມ, ຜູ້ຕາງໜ້າສະຖານທູດຫວຽດນາມ, ກຸ່ມບໍລິສັດອຸດສາຫະກຳຢາງພາລາ ແລະ ບາງວິສາຫະກິດຢາງພາລາຫວຽດນາມ ໄດ້ຕີລາຄາສູງການສະໜັບສະໜູນການໜູນຊ່ວຍຫຼາຍດ້ານຂອງລັດຖະບານກຳປູເຈຍ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ລົງຮອດທ້ອງຖິ່ນ ແລະ ປະຊາຊົນໃນເຂດ ແລະ ອ້ອມຂ້າງເຂດມີໂຄງການຂອງບໍລິສັດຫວຽດນາມ. ກໍ່ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາບໍລິສັດຢາງພາລາຫວຽດນາມ ໄດ້ຍົກອອກບາງຂໍ້ສະເໜີກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງກຳປູເຈຍ, ໂດຍສະເພາະແມ່ນຂະແໜງພາສີ, ອາກອນ ໃນການສ້າງເງື່ອນໄຂເພື່ອຮັກສາ ແລະ ຊຸກຍູ້ບັນດາໂຄງການປູກຕົ້ນຢາງພາລາ; ສ້າງເງື່ອນໄຂສະດວກໃນການປະຕິບັດບັນດາລະບຽບການຂາອອກ, ຂາເຂົ້າ; ຄົ້ນຄວ້າບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການສົ່ງອອກບັນດາຜະລິດຕະພັນຈາກຢາງພາລາພາຍຫຼັງປຸງແຕ່ງ; ພິເສດແມ່ນລະດັບພາສີສົ່ງອອກໃຫ້ເໝາະສົມກັບບັນດາຂໍ້ກຳນົດ ແລະ ທຳນຽມສາກົນ.