ທ່ານນາຍົກລັດຖະມົນຕີ ເວີນເຈຍປ່າວ
ພາບ: vietbao.vn
(vov) - ກອງປະຊຸມສຸດຍອດ ຈີນ - ສະຫະພາບ ເອີລົບ ຄັ້ງທີ 14 ໄຂຂຶ້ນໃນຕອນບ່າຍວັນທີ 14/2 ຢູ່ນະຄອນຫລວງ ປັກກິ່ງ ປະເທດຈີນ. ທ່ານນາຍົກລັດຖະມົນຕີ ເວີນເຈຍປ່າວ ຖືວ່າ ສອງຝ່າຍຄວນມານະພະຍາຍາມຮ່ວມກັນ ຍົກອອກບັນດາສັນ ຍານອັນຕັ້ງຫນ້າຢ່າງແຂງແຮງ, ປະກອບສ່ວນເຂົ້າໃນການຊຸກຍູ້ຄວາມສາມັກຄີການຮ່ວມມືລະຫວ່າງສອງຝ່າຍ ກໍຄືໃນປະຊາຄົມໂລກ. ກ່ຽວກັບບັນຫາຫນິ້ສິນຂອງລັດ ຢູ່ ເອີລົບ, ທ່ານນາຍົກລັດຖະມົນຕີ ເວີນເຈຍປາວ ໃຫ້ຮູ້ວ່າ: ຈີນ ກຽມພ້ອມໃຫ້ແກ່ການເຂົ້າຮ່ວມການແກ້ໄຂວິກິດການຫນິ້ສິນຂອງລັດຢູ່ ເອີລົບ ແລະ ພ້ອມແລ້ວຮັກສາການພົບປະ ແລະ ຮ່ວມມືຢ່າງແຫນ້ນແຟ້ນກັບສະຫະພາບເອີລົບໃນບັນຫານີ້. ທ່ານປະທານຄະນະກຳມະການ ເອີລົບ Jose Manuel Barroso ໃຫ້ຮູ້ວ່າ: ສະຫະພາບເອີລົບ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດ, ສ້າງເງື່ອນໄຂຮັກສາທ່າເຕີບໂຕດ້ານການຄ້າ ແລະ ການລົງທຶນ, ນຳມາຊຶ່ງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ສອງຝ່າຍ. ທ່ານ Barroso ຢືນຢັນວ່າ: ເຖິງວ່າ ສອງຝ່າຍຍັງມີຄວາມບໍ່ລົງລອຍກັນຫລາຍຢ່າງກໍຕາມ ແຕ່ຈະແກ້ໄຂບັນດາຄວາມບໍ່ລົງລອຍກັນດັ່ງກ່າວ ບົນຈິດໃຈຮ່ວມມື, ຮັບມືກັບສິ່ງທ້າທາຍທຸກປະການ.
ນັກຂ່າວ vov ປະຈຳຈີນ