(vovworld) - ວັນທີ 21/3, ຢູ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ແລະ ຫ້ອງວ່າການແຫ່ງຊາດກ່ຽວກັບການຄົ້ນຄ້ວາອາຊີ ສົມທົບກັນຈັດຕັ້ງ ກອງປະຊຸມສຸດຍອດພະລັງງານ ປາເຊຟິກ 2012 ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ໄຟຟ້າ: ສະໜອງພະລັງງານໃຫ້ອາຊີ ວັດທະນາຖາວອນ”. ນັກຮຽນຮູ້, ນັກຊ່ຽວຊານອັນດັບໜຶ່ງຂອງຂະແໜງ, ບັນດານັກວາງແຜນນະໂຍບາຍຂັ້ນສູງ, ບັນດາຊ່ຽວຊານດ້ານພະລັງງານ, ນັກບໍລິຫານຂະແໜງອຸດສາຫະກຳ ແລະ ບັນດາຊ່ຽວຊານໄຈ້ແຍກ ກ່ວາ 150 ຄົນທີ່ມາຈາກ 20 ປະເທດໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ຫົວໜ້າອຳນວຍການສະຖາບັນການຕ່າງປະເທດ ດັ້ງດິ່ງກູຍ ເນັ້ນໜັກວ່າ:
“ບໍ່ມີປະເທດໃດໃນໂລກມີການພັດທະນາຂະຫຍັນຂັນເຄື່ອນ ແລະ ແຂງແຮງຄືພາກພື້ນອາຊີ - ປາເຊຟິກ, ນັບທັງພັດທະນາດ້ານເສດຖະກິດ ແລະ ຈຳນວນປະຊາກອນ. ການຮັບປະກັນແຫຼ່ງສະໜອງພະລັງງານບໍ່ພຽງແຕ່ແມ່ນບັນຫາຂອງສະເພາະຂະແໜງພະລັງງານເທົ່ານັ້ນ, ຫາກຄວນມີມາດຕະການຄົບຊຸດລະຫວ່າງບັນດາຂະແໜງການ ແລະ ພາກພື້ນ, ຂົງເຂດໃນພື້ນຖານເສດຖະກິດ”
ທ່ານ ດັ້ງດິ່ງກູຍ ກໍຢືນຢັນວ່າ: ຫວຽດນາມພວມຕັ້ງໜ້າສຸມໃສ່ສ້າງບັນດາຍຸດທະຍາດກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ຮັບປະກັນແຫຼ່ງສະໜອງເປັນປົກກະຕິກໍ່ຄືແຈກຢາຍພະລັງງານຢ່າງເໝາະສົມລະຫວ່າງບັນດາເຂດແຄ້ວນ.