ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 3 ແມ່ນອີງໃສ່ການຕັດສິນ ຂອງ ສປປ.ເກົາຫຼີ

(VOVWORLD) - ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 3 ແມ່ນຂຶ້ນກັບການກະທໍາຕໍ່ໄປຂອງການນໍາ ສປປ.ເກົາຫຼີ Kim Jong-un.
ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 3  ແມ່ນອີງໃສ່ການຕັດສິນ ຂອງ ສປປ.ເກົາຫຼີ - ảnh 1ທ່ານ Harry Harris ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ສ.ເກົາຫຼີ (ພາບ:  Yonhap)

ຕາມຄໍາຖະແຫຼງການຂອງທ່ານ Harry Harris ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ສ.ເກົາຫຼີ ໄດ້ຍົກອອກມາ ໃນວັນທີ 22 ເມສາ ໃນການຖະແຫຼງຂ່າວ ທີ່ໄດ້ຈັດຂຶ້ນຢູ່ ເຊີອູນ ນັ້ນ ແມ່ນຍັງບໍ່ຮັບປະກັນວ່າຈະດໍາເນີນກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເທື່ອ ແລະ ສິ່ງດັ່ງກ່າວ ແມ່ນຂຶ້ນກັບການກະທໍາຕໍ່ໄປຂອງການນໍາ ສປປ.ເກົາຫຼີ Kim Jong-un ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ສປປ.ເກົາຫຼີ ໃນອະນາຄົດໄດ້ຫຼືບໍ? ທ່ານ Harry Harris  ກໍສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດ ທີ່ຈະດໍາເນີນເຫດການດັ່ງກ່າວ, ໂດຍຖືວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ປາດຖະໜາຢາກ “ດໍາເນີນການພົບປະ”.

        ກ່ຽວຂ້ອງເຖິງ ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ດໍາເນີນຢູ່ ຮ່າໂນ້ຍ ຜ່ານມາ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດໆ, ທ່ານ Harry Harris ຖືວ່າ ຂໍ້ສະເໜີຂອງ ສປປ.ເກົາຫຼີ ລົບລ້າງເຂດນິວເຄຼຍ Yongbyon ຂອງປະເທດນີ້ ເພື່ອ ປ່ຽນແທນແກ່ເລື່ອງ ຍົກເລີກບັນດາຄໍາສັ່ງລົງໂທດທີ່ສໍາຄັນ ແມ່ນ “ຂໍ້ຕົກລົງທີ່ບໍ່ມີຜົນດີ” ເພາະວ່າ ອາດຈະພາໄປເຖິງຄວາມອາດສາມາດ ຫຼຸຸດຜ່ອນບັນດາມາດຕະການລົງໂທດລົງ ໃນເມື່ອ ບັນດາໂຄງການອາວຸດຂອງ ສປປ.ເກົາຫຼີ ສ່ວນຫຼາຍແມ່ນຍັງຄືເກົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ