ກອງປະຊຸມສຸດຍອດເສດຖະກິດອາຊີ-ເອີລົບຮຽກຮ້ອງການສ້າງຕັ້ງເສດຖະກິດທົ່ວໂລກໃຫມ່ມີຄວາມເປັນລະບຽບຮຽບຮ້ອຍ

ກອງປະຊຸມສຸດຍອດເສດຖະກິດອາຊີ-ເອີລົບຮຽກຮ້ອງການສ້າງຕັ້ງເສດຖະກິດທົ່ວໂລກໃຫມ່ມີຄວາມເປັນລະບຽບຮຽບຮ້ອຍ - ảnh 1
ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ Istanbul, Ibrahim Caglar
(ພາບ: fortuneturkey.com)

(vovworld)- ກອງ​ປະ​ຊຸມ​ສຸດຍອດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຄັ້ງ​ທີ 20 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/4 ຢູ່ ນະ​ຄອນ Istanbul ປະ​ເທດ ຕວກ​ກີ ໂດຍ​ຄຳ​ຮຽກ​ຮ້ອງ​ສ້າງ​ຕັ້ງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃຫມ່​​ມີ​ຄວາມ​ເປັນ​ລະ​ບຽບຮຽບ​ຮ້ອຍ​ຕາມ​ທິດ​ຮັກ​ສາ​ບັນ​ດາ​ຫລັກ​ການ​ການ​ຄ້າ​ເສ​ລີ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ສ່ວນ​ບຸກ​ຄົນ​ແຕ່​ລະ​ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ Istanbul, Ibrahim Caglar ໄດ້​ຮ​ຽກ​ຮ້ອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ລະ​ດົມ​ກຳ​ລັງ​ແຮງ​ຈາກ ອາ​ຊີ - ເອີ​ລົບ​ຫລາຍກວ່າ ແລະ ເພີ່ມ​ຄວາມ​ຂະ​ຫ​ຍັນ​ຂັນ​ເຄື່ອນ​ຂອງ​ພາກ​ພື້ນ “ເພື່ອ​ອະ​ນາ​ຄົດ​ຂອງ​ມະ​ນຸດ”. ທີ່ກອງ​ປະ​ຊຸມ, ນັກ​ປະ​ຖະ​ກ​ະ​ຖາ​ຫລາຍ​ທ່ານ​ໄດ້​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ໂຄງ​ການ​ທີ່​ມີ​ຂອບ​ຂະ​ຫ​ນາດ​ຂ້າມ​ຊາດ​ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ ແລະ ທົ່ວ​ໂລກ. 


ຕອບກັບ

ຂ່າວ/ບົດ​ອື່ນ