ກອງປະຊຸມສຸດຍອດໂຄວິດ-19 ທົ່ວໂລກຄັ້ງທີ 2 ຈະດຳເນີນແບບທາງໄກໃນວັນທີ 12 ພຶດສະພາ
(VOVWORLD) -ຖະແຫຼງການຂອງທຳນຽບຂາວ ຊີ້ແຈ້ງວ່າ, ກອງປະຊຸມຈະສ້າງນະໂຍບາຍລະອຽດ ໂດຍອີງໃສ່ບັນດາຄວາມມານະພະຍາຍາມ ແລະ ຄຳໝັ້ນສັນຍາເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຸດຍອດທົ່ວໂລກຄັ້ງທຳອິດໃນເດືອນ ກັນຍາ 2021
ກອງປະຊຸມສຸດຍອດທົ່ວໂລກຄັ້ງທຳອິດໃນເດືອນ ກັນຍາ 2021
(ພາບ: Doug Mills/The New York Times)
|
ກອງປະຊຸມສຸດຍອດໂຄວິດ-19 ທົ່ວໂລກຄັ້ງທີ 2 ຈະດຳເນີນແບບທາງໄກໃນວັນທີ 12 ພຶດສະພາ ຈະມາເຖິງ ເພື່ອໃຫ້ການນຳບັນດາປະເທດປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຕິໂລກລະບາດດັ່ງກ່າວ ແລະ ກະກຽມວິທີຮັບມືກັບບັນດາຄວາມສ່ຽງດ້ານການແພດໃນອະນາຄົດ.
ກອງປະຊຸມດັ່ງກ່າວໂດຍ ອາເມລິກາ ເປັນເຈົ້າພາບຈັດຕັ້ງພ້ອມກັບ ເຢຍລະມັນ - ປະເທດດຳລົງຕຳແໜ່ງປະທານ G7, ອິນໂດເນເຊຍ - ປະເທດດຳລົງຕຳແໜ່ງປະທານໝູນວຽນຂອງ G20 ແລະ ເຊເນກາ - ດຳລົງຕຳແໜ່ງປະທານສະພັນອາຟະລິກາ ແລະ ເບລິເສ - ປະເທດດຳລົງຕຳແໜ່ງປະທານປະຊາຄົມ ກາຣີເບ (CARICOM). ຖະແຫຼງການຂອງທຳນຽບຂາວ ຊີ້ແຈ້ງວ່າ, ກອງປະຊຸມຈະສ້າງນະໂຍບາຍລະອຽດ ໂດຍອີງໃສ່ບັນດາຄວາມມານະພະຍາຍາມ ແລະ ຄຳໝັ້ນສັນຍາເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຸດຍອດທົ່ວໂລກຄັ້ງທຳອິດໃນເດືອນ ກັນຍາ 2021, ເພື່ອແນໃສ່ດຶງດູດຜູ້ສັກວັກຊິນໃຫ້ຫຼາຍກວ່າ, ໜູນຊ່ວຍບັນດາທ້ອງຖິ່ນມີຄວາມສ່ຽງຕິດພະຍາດ ສຳຜັດກັບການວິໄຈ ແລະ ວິທີການປິ່ນປົວໂລກລະບາດໂຄວິດ-19, ກໍຄືແຫຼ່ງການເງິນເພື່ອກະກຽມຮັບມືກັບຄວາມສ່ຽງເກີດໂລກລະບາດໃນອະນາຄົດ.