ກອງປະຊຸມສະຫຼຸບຄຳສັ່ງເລັກທີ 42 ຂອງກົມການເມືອງ ( ຊຸດທີ 8 ) ກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກສຳລັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການມະຫາຊົນທີ່ຖືກໄຂຂື້ນໃນຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນ ດານັ້ງ. ບົດລາຍງານສະຫຼຸບກອງປະຊຸມຊີ້ແຈງວ່າ, ຜ່ານ 13 ປີແຫ່ງການປະຕິບັດຄຳສັ່ງຂອງກົມການເມືອງ, ວຽກງານຊີ້ນຳນຳພາຂອງອົງຄະນະພັກທີ່ມີຕໍ່ບັນດາ ອົງການມະຫາຊົນໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ການຄຸມຄອງລັດໄດ້ຮັບການເພີ່ມທະວີ, ການປະສານສົມທົບກັບອົງການມະຫາຊົນໄດ້ມີບາດກ້າວພັດທະນາ, ການເຄື່ອນໄຫວຖືກຕາມກົດໝາຍ, ກົດລະບຽບ, ຈຸດປະສົງ. ກ່າວຄຳເຫັນຢູ່ທີ່ກອງປະຊຸມ, ທ່ານ ເລຮົ່ງແອງ, ຜູ້ປະຈຳການຄະນະເລຂາໄດ້ເນັ້ນໜັກວ່າ, ຄຳສັ່ງເລກທີ 42 ຂອງກົມການເມືອງຊຸດທີ 8 ໄດ້ຢືນຢັນຄວາມເອົາໃຈໃສ່ຂອງພັກທີ່ມີຕໍ່ບັນດາອົງການມະຫາຊົນ, ຍົກສູງຄວາມຮັບຮູ້ຂອງອົງຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການການເມືອງກັບມະຫາຊົນ, ສືບຕໍ່ຫັນບັນດາຮູບແບບເຕົາໂຮມປະຊາຊົນເປັນຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການ, ຄວາມມູງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ.
“ ບົ່ນພື້ນຖານບັນດາໝາກຜົນ ແລະ ບົດຮຽນ, ພາຍຫຼັງ 13 ປີ ແຫ່ງການປະຕິບັດຄຳສັ່ງ ແລະ ອິ່ງໃສ່ຄວາມຮຽກຮ້ອງທີ່ມີຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາ ອົງການມະຫາຊົນໃນໄລຍະປະຈຸບັນ. ຂ້າພະເຂົ້າຂໍ້ສະເໜີບັນດາໜ້າທີ່, ວິທີການແກ້ໄຂເພື່ອແນໃສ່ກຳນົດທິດ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການມະຫາຊົນໃນໄລຍະທີ່ຈະມາເຖິງ”.