ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13

ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 - ảnh 1
ກອງປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​
ພາບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 29/5, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງ ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​ໄດ້​ປືກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາ​ຍວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ. ຮ່າງ​ກົດໝາຍ​ສະບັບ​ນີ້​ໄດ້​ສຸມ​ໃສ່​ປັບປຸງ​ບາງໝວດ​ບັນຫາ​ຄື: ​ເພີ່ມ​ເຕີມ​ນະ​ໂຍບາຍ​ບຸລິມະສິດ​ອາກອນ​ສຳລັບ​ບາງຂົງ​ເຂດ​, ຂະ​ແຫນງ​ການ, ບໍລິ​ເວນ​ໃຫ້​ບຸລິມະສິດ. ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ, ​ສະມາຊິກ​ສະພາ​ແຫ່ງ​ຊາດຫລາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ວິວັດ​ການ​ຫລຸດຜ່ອນ​ອາກອນ ​ແຕ່​ສະ​ເຫ​ນີຈັດ​ວາງ​ລະດັບ​ອາກອນ​ທົ່ວ​ໄປ​ແມ່ນ 20% ນັບ​ແຕ່​ວັນ​ທີ 1/7/2014 ​ເປັນ​ຕົ້ນ​ມາ. ສິ່ງ​ດັ່ງກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ຊ່ວຍ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ຜະລິດ​ດຳ​ເນີນ​ທຸລະ​ກິດ​ກໍ​ຄື​ສອດ​ຄອ່ງກັບ​ທ່າ​ອ່ຽງ​ໃນ​ພາກ​ພື້ນ. ທ່ານ ​ໂດ​ວັນ​ແຫວ ສສຊ ​ແຂວງ ທາຍ​ບີ່​ງ ຍົກ​ຄຳ​ເຫັນ​ວ່າ:

        “ປະຈຸ​ບັນ ​ແລະ ​ຊຸມ​ປີ​ຈະ​ມາ​ເຖິງ, ວິສາ​ຫະກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ແລະ ​ເມື່ອ​ປະຕິບັດ​ແຜນ​ຮ່າງ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖ​ະກິດ​ຄືນ​ໃຫມ່, ວິ​ສາ​ຫະກິດ​ພວມ​ເຄື່ອນ​ໄຫວ​ຕ້ອງ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ​. ສະ​ນັ້ນ ​ເມື່ອ​ຈັດ​ວາງ​ອັດຕາ​ອາກອນລົງ​ລະດັບ 20% ຈະ​​ເປັນ​ການ​ລະດົມ​ກຳລັງ​ໃຈ​ວິ​ສາ​ຫະກິດ​ກໍ​ຄື​​ເຮັດ​ໃຫ້ປະຊາຊົນມີ​ຄວາມອຸ່ນ​ອຽງ​​ໃຈກວ່າ. ລັດ​ພ້ອມ​ກັບ​ວິ​ສາ​ຫະກິດ​ແບ​່ງບັນ​ຄວາມ​ຫຍຸ້ງຍາກ, ສ້າ​ງກຳລັງ​ຫນູນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ວິ​ສາ​ຫະກິດ. ນອກ​ນັ້ນ ວິ​ສາ​ຫະກິດ​ຫວຽດນາມ ທັງ​ແກ້ງ​ແຍ້​ງກັບ​ວິ​ສາ​ຫະກິດມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ ທັງ​ບື່ນຕົວ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີ ຄວນ​ຫລຸດຜ່ອນ​ອາກອນ​ລົງ ລະດັບ 20% ​ແລະ ​ໃນ​ຊຸມ​ປີ​ຈະມ​າ​ເຖິງສືບ​ຕໍ່​ຫລຸດ​ລົງ 18% ​ໂດຍ​ບໍ່​ຈຳ​ແນ​ກຂອບ​ຂະຫນາດ​ວິ​ສາ​ຫະກິດ. ​ເຮັດ​ຄື​ແນວ​ນັ້ນ ພວກ​ເຮົາ​ຈຶ່ງ​ຮັບປະກັນ​ຄວາມ​ສະ​ເຫມີ​ພາບ​ໃນ​ການ​ແກ້ງ​ແຍ້​ງ​ໄດ້.”

ຕອນ​ບ່າ​ຍວັນ​ດຽວ​ກັນ, ບັນດາ ສສຊ ​ໄດ້​ສຸມ​ໃສ່​ຕີ​ລາຄາ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາ​ມສະຫງົບ​ໃນ​ໂຮງຮຽນ ​ແລະ ​​ໃຫ້​ທົ່ວ​ປວງ​ຊົນ. ທ່ານ ​ເລ​ຮ່ຽນ​ເວີນ ສສຊ ນະຄອນ ຮ່າ​ໂນ້ຍ ຖື​ວ່າ:​ ການ​ສຶກສາປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ພົນລະ​ເມືອງ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ. ​ເລື່ອງ​ກຳນົດ​ການ​ສຶກສາ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ໃນ​ໂຮງຮຽນ​ແມ່ນ​ເໝາະ​ສົມ​. ສ່ວນ ທ່ານນາງ​ໂງ​ທິມີ​ງ ສສຊ ​ແຂວງ​ກວ໋າງນີງ ຖື​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ ການ​ສຶກສາ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໂຮງຮຽນ ຄວນ​ປະຕິບັດ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ເຍົາວະ​ຊົນ ​ແລະ ຄະນະ​ຊາວ​ຫນຸ່ມ, ຜ່ານ​ບັນດາ​ວິຊາ​ຮຽນ​ໃນ​ຫລັກສູດ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ມູນ​ເຊື້ອ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃຫ້​ແກ່​ພວກ​ນ້ອງ​ນັກຮຽນ.”

ຂ່າວ/ບົດ​ອື່ນ