ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ສ​ືບ​ຕໍ່​ເຮັດ​ວຽ​ກ

(VOVWORLD) -ໂດຍສືບຕໍ່ເນື້ອໃນເຮັດວຽກທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14
ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ສ​ືບ​ຕໍ່​ເຮັດ​ວຽ​ກ - ảnh 1 (ພາບປະກອບ)

ຕອນເຊົ້າວັນທີ 24 ຕຸລາ, ທີ່ວາລະເຮັດວຽກຢູ່ຫໍປະຊຸມ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍເຄຫາ ແລະ ບົດລາຍງານການປະເມີນຜົນຂອງກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍດັ່ງກ່າວ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດປະຕິບັດການປ່ອນບັດໃຫ້ສັດຕະຍາບັນເລື່ອງແຕ່ງຕັ້ງຕຳແໜ່ງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ. ຕາມໝາກຜົນການລົງຄະແນນສຽງ, ມີຜູ້ແທນ 95,05% ເຂົ້າຮ່ວມການລົງຄະແນນສຽງເຫັນດີໃຫ້ສັດຕະຍາບັນທ່ານ ຫງວຽນແມ້ງຮຸ່ງ ດຳລົງຕຳແໜ່ງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ອາຍຸການ 2016 – 2021.

ຕອນບ່າຍວັນທີ 24 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບັນດາກົດໝາຍທີ່ມີການກຳນົດກ່ຽວຂອງເຖິງວຽກງານຜັງເມືອງ. ຜູ້ມີສິດເລືອກຕັ້ງສ່ວນຫຼາຍໄດ້ເຫັນດີກັບໃບຍື່ນສະເໜີຂອງລັດຖະບານກ່ຽວກັບຄວາມຈຳເປັນປະກາດໃຊ້ກົດໝາຍປັບປຸງ, ເພີ່ມເຕີ່ມບັນດາກົດໝາຍທີ່ມີການກຳນົດກ່ຽວຂ້ອງເຖິງວຽກງານຜັງເມືອງ ເພື່ອແນໃສ່ຮັບປະກັນຄວາມຄົບຊຸດ, ເປັນເອກະພາບ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ມີຜົນບັງຄັບໃຊ້ພ້ອມກັບກົດໝາຍວ່າດ້ວຍຜັງເມືອງ (ແຕ່ວັນທີ 01 ມັງກອນ 2019) ເປັນຕົ້ນໄປ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຟັງໃບຍື່ນສະເໜີກ່ຽວກັບການຄາດຄະເນບັນຊີລາຍຊື່ບັນດາຜູ້ຈະໄດ້ຮັບການປ່ອນບັດໄວ້ວາງໃຈ ແລະ ຮັບຮອງເອົາບັນຊີລາຍຊື່ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ