ກອງປະຊຸມສະໄໝສາມັນເທືອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບ​ຕໍ່​ເຮັດ​ວຽກ


ກອງປະຊຸມສະໄໝສາມັນເທືອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບ​ຕໍ່​ເຮັດ​ວຽກ - ảnh 1
ບັນ​ດາ ສ.ສ.ຊ ປຶກ​ສາ​ຫາ​ລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ ສະ​ບ​ັບ​ປັບ​ປຸງ

(vovworld)- ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ​ຂອງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທືອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 , ຕອນ​ເຊົ້າ​ວັນ​ທີ 23/5 ຢູ່​ຮ່າ​ໂນ້ຍ, ບັນ​ດາ ສ.ສ.ຊ ໄດ້​ປຶກ​ສາ​ຫາ​ລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ ສະ​ບ​ັບ​ປັບ​ປຸງ. ມີ​ຄຳ​ຄິດ​ເຫັນຫຼາຍ​ຂໍ້​ຖື​ວ່າ ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງໄດ້​ຫັນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດຕັ້ງສານ​ປະ​ຊາ​ຊົນ​ເປັນ​ລະ​ອຽດ, ສາ​ມາດ​ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ​ກັບ​ບັນ​ດາ​ເອກະ​ສານນິ​ຕິ​ກຳ​ອື່ນໆ. ທ່ານ ເລ​ຈ້ອງ​ຊາງ ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິ​ນ ມີ​ຄຳ​ເຫັນ​ວ່າ :

     “ ຂ້າ​ພະ​ເຈົ້າ​ສະ​ເໜີ ຕ້ອງ​ມີ​ພາກ​ສະ​ເພາະ​ບັນ​ຫາ​ດຳ​ເນີນ​ຄະ​ດີ​ແຮງ​ງານ, ເພາະ​ການ​ພົວ​ພັນ​ທາງ​ພົນ​ລະ​ເຮືອນ ແລະ ການ​ພົວ​ພັນ​ແຮງ​ງານ​ແມ່ນ​ມີ​ຈຸດ​ພິ​ເສດ​ສະ​ເພາະ. ສິ່ງນີ້​ກໍ​ສາ​ມາດນ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ ແລະ ຈະ​ຊ່ວຍ​ສະ​ກັດ​ກັ້ນ​ສະ​ພາບ​ນັດ​ຢຸດ​ງານ ”

     ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ບັນ​ດາ ສ.ສ.ຊ ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສັດ​ຕະ​ວະ​ແພດ.

ຂ່າວ/ບົດ​ອື່ນ