ອັດວາລະປະຊຸມເທື່ອທີ 45 ຄະນະປະຈຳສະພາແຫ່ງຊາດ
(ພາບ: TTXVN)
(vovworld) - ວັນທີ 25/02, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ອັດວາລະປະຊຸມເທື່ອທີ 45. ກ່າວຄຳເຫັນອັດວາລະປະຊຸມເທື່ອທີ 45 ຄະນະປະຈຳສະພາແຫ່ງຊາດ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ວາລະປະຊຸມເທື່ອທີ 45 ໄດ້ພິຈາລະນາ, ໃຫ້ຄວາມເຫັນໃສ່ເນື້ອໃນສຳຄັນຫລາຍຢ່າງ ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 11 ຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາຢາກໃຫ້ສະພາຊົນເຜົ່າ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ ກໍ່ຄືບັນດາອົງການສຳນັກງານ, ຫົວໜ່ວຍທີ່ກ່ຽວຂ້ອງ ຕ້ອງສຸມໃສ່, ເຮັດຈົນສຸດຄວາມຮັບຜິດຊອບຂອງຕົນຕໍ່ພັກ, ລັດ ແລະ ປະຊາຊົນ, ສຳເລັດບັນດາວຽກງານທີ່ຂຶ້ນກັບພາລະໜ້າທີ່ຄວາມຮັບຜິດຊອບຂອງຕົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ຜ່ານການປຶກສາຫາລື, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຈະເປີດກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 13 ໃນວັນທີ 21/03 ດ້ວຍຫລາຍເນື້ອໃນສຳຄັນທີ່ສຸດ. ທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ສະພາແຫ່ງຊາດຈະສຸມໃສ່ 4 ກຸ່ມບັນຫາລະອຽດ: ສ້າງກົດໝາຍ; ວາງທິດທາງພັດທະນາເສດຖະກິດສັງຄົມ; ສະຫລຸບການເຄື່ອນໄຫວໃນອາຍຸການຊຸດທີ 13 ແລະ ວຽກງານບຸກຄະລາກອນ. ສຳລັບວຽກງານບຸກຄະລາກອນ, ປະທານສະພາແຫ່ງຊາດສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຄວນສົມທົບ, ສ້າງລາຍການເຮັດວຽກຢ່າງລະອຽດ, ເໝາະສົມ…