ກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວແລະກິລາ

ກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວແລະກິລາ - ảnh 1
ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວູ​ດຶກ​ດາມ ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) -  ​ວັນ​ທີ 24/9, ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ແລະ ກິ​ລາ ໂດຍ​ກະ​ຊວງວັດ​ທ​ະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ສົມ​ທົບ​ກັບ​ອົງ​ການ​ທ່ອງ​ທ່ຽວ​ໂລກ (UNWTO), ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່ານັ້ງ ຈັດ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ ດ່າ​ນັ້ງ. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຂອບ​ເຂດ​ໂຄງ​ການ​ເຄື່ອນ​ໄຫວ​ປີ 2016 ຂ​ອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ ໂດຍ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ງານ​ມະ​ຫາ​ກຳ​ກ​ິ​ລາ​ແຄມ​ທະ​ເລ ອາ​ຊີ​ຄັ້ງ​ທີ 5.

        ກ່​່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຖ​ື​ວ່າ: ການ​​ຜູກ​ຮັດ​ລະ​ຫວ່າງ​ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແ​ມ່ນ​ການ​ຜູກ​ຮັດ​​ຂອງ 2 ຂົງ​ເຂດ​ວິ​ທະ​ຍາ​ສາດ, ຜ່ານ​ການ​ຜູກ​ຮັດ​​ລະ​ຫວ່າງ​ກິ​ລາ ແລະ ການ​ທ່ອງ​ທ່ຽວ​ຈະ​ສ​້າງ​ເງື່ອນ​ໄຂ​ເພື່ອ​ຜ່ານ​ຜ່າ​ຕົນ​ເອງ ພ້ອມ​ກັນ​ພັດ​ທະ​ນາ. ​ເມື່ອ​ ຜູກ​ຮັດ​​ການການ​ທ່ອງ​ທ່ຽວ ແລະ ກິ​ລາ​​ຈະ​ສ້າງ​ກາ​ນ​ພົວ​ພັນ​ແລກ​ປ່ຽນ​ທີ່​ດີ​ລະ​ຫວ່າງ​ມະ​ນຸດ​ນຳ​ກັນ, ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາ​ດ​ນຳ​ກັນ ແລະ ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນ​ດາ​ປະ​ຊາຊາດ​ສະ​ໜິດ​ຕິດ​ພັນ​ໄວ​ກ່​ວາ​ເທົ່າ​ນັ້ນ ຫາ​ກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ໃຫ້​ໂລກ​ຍາມ​ໃດ​ກໍ່​ມີ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ