ກອງປະຊຸມສຳມະນາ “ການພົວພັນລະຫວ່າງຫວຽດນາມ-ອີນເດຍໃນສັດຕະວັດອາຊີ-ປາຊີຟິກ”
ກອງປະຊຸມສຳມະນາ “ການພົວພັນລະຫວ່າງ
ຫວຽດນາມ-ອີນເດຍໃນສັດຕະວັດອາຊີ-ປາຊີຟິກ”
(ພາບ: TTXVN)
(vovworld) - ວັນທີ 26/08, ຢູ່ແຂວງ ທ໋າຍງວຽນ, ສູນຄົ້ນຄວ້າອິນເດຍ (ສະຖາບັນແຫ່ງຊາດໂຮ່ຈິມິນ) ໄດ້ສົມທົບກັບມະຫາວິທະຍາໄລ ທ໋າຍງວຽນ ຈັດກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ວ່າ “ການພົວພັນລະຫວ່າງຫວຽດນາມ-ອີນເດຍ ໃນສັດຕະວັດ ອາຊີ-ປາຊີຟິກ”. ຢູ່ທີ່ນີ້, ບັນດາຜູ້ແທນພ້ອມກັນແລກປ່ຽນ, ປຶກສາຫາລືບັນດາບັນຫາກ່ຽວກັບຫົວຂໍ້ຕ່າງໆຄື: ການພົວພັນລະຫວ່າງອິນເດຍ - ອາຊຽນ ແລະ ການກະທົບບາງຢ່າງເຖິງການພົວພັນຫວຽດນາມ - ອິນເດຍ ໃນ 2 ທົດສະວັດຕົ້ນສັດຕະວັນທີ 21; ປະທານໂຮ່ຈິມິນ ກັບອິນເດຍ; ຫວຽດນາມ ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອີນເດີຍ… ຕາມບັນດາຜູ້ແທນແລ້ວ, ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດອິນເດຍ - ຫວຽດນາມກວ່າອີກ, ໂດຍສະເພາະແມ່ນຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, 2 ຝ່າຍຄວນດຳເນີນການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ; ເພີ່ມທະວີການເປີດກວ້າງ, ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດເຕັກໂນໂລຊີ, ຈັດຕັ້ງບັນດາງານຕະຫຼາດນັດ, ງານວາງສະແດງເປັນປະຈຳຢູ່ທັງ 2 ປະເທດ…