ກອງປະຊຸມສຳມະນາ ກ່ຽວກັບເງື່ອນໄຂການ ຜະລິດ,ດຳເນີນທຸລະກິດ ໃນ 6 ເດືອນຕົ້ນປີ 2014


ກອງປະຊຸມສຳມະນາ ກ່ຽວກັບເງື່ອນໄຂການ ຜະລິດ,ດຳເນີນທຸລະກິດ ໃນ 6 ເດືອນຕົ້ນປີ 2014 - ảnh 1

(ພາບ: vov)

(vovworld) –  ເງື່ອນ​ໄຂ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດໃນ 6 ​ເດືອນ​ຕົ້ນປີ 2014 ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ດີ​ຂຶ້ນ​ເມື່ອ​ທຽວ​ກັບ​ປີ​ກ່ອນ ​ແລະ ຄາດ​ວ່າ​ໃນ 6 ​ເດືອນ​ທ້າຍ​ປີ​ຈະ​ສືບ​ຕໍ່​ດີ​ຂຶ້ນ​ອີກ. ນີ້​ແມ່ນ​ຂ່າວ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ໃນ 6 ​ເດືອນ ຕົ້ນປີ 2014“ ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 19/6 ຢູ່​ຮ່າ​ໂນ້ຍ. ນະ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໃຫ້​ຂໍ້​ສັງ​ເກດ​ວ່າ: ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ໃນ​ຊຸມ​ເດືອນ​ຜ່ານ​ມາ​ສືບ​ຕໍ່​ເປັນ​ປົກກະຕິ, ການ​ຜະລິດ​ອຸດສາຫະກຳ​ໄດ້​ຮັບກາ​ນຟື້ນ​ຕົວ, ການ​ສົ່ງ​ອອກ​ເພີ່ມ​ຂື້ນ​ດີ​ພໍ​ສົມຄວນ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ປ່ອຍ​ເງິນ FDI ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ຕາມ​ບົດ​ລານ​ງານ ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ໃນ 6 ​ເດືອນ ຕົ້ນປີ 2014 ​ແລ້ວ, ບັນດາ​ປັດ​ໄຈ​ກະທົບ​ເຖິງ​ສະພາບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ດີ​ກ່ວາ​ເມື່ອ​ທຽບກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບົດ​ລາຍ​ງານ​ກໍ່​ຊີ້​ແຈງ​ວ່າ, ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ດີ​ກ່ວາ​, ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຕ້ອງ​ປະຕິບັດ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ​ໃນ​ນັ້ນສຸມ​ໃສ່​ນຳ​ໃຊ້​ວິ​ທະ​ນາສາ​ດ​ເຕັກ​ໂນ​ໂລ​ຊີ​ໃນ​ການຜະລິດ​ດຳ​ເນີນ​ທຸລະ​ກິດ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ, ປັບປຸງ​ຄຸນ​ນະພາ​ບ ​ແລະ ຫລຸດຜ່ອນ​ລາຄາ​ຜະລິດ​ຕະພັນ; ສຸມ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ ​ແລະ​ ​ເປີດ​ກ້ວາງ​ຕະຫຼາດ, ລວມທັງ​ຕະຫຼາດ​ສົ້ນອອກ ​ແລະ ສົ້ນ​ເຂົ້າ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ຕະຫຼາດ​ໃໝ່ມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອມ./.

ຂ່າວ/ບົດ​ອື່ນ