ກອງປະຊຸມສຳມະນາ “ນະຄອນຮ່າໂນ້ຍ:ມູນເຊື້ອ,ແຫຼ່ງກຳລັງ,ກຳນົດທິດພັດທະນາ”

ກອງປະຊຸມສຳມະນາ “ນະຄອນຮ່າໂນ້ຍ:ມູນເຊື້ອ,ແຫຼ່ງກຳລັງ,ກຳນົດທິດພັດທະນາ” - ảnh 1
(ກອງປະຊຸມສຳມະນາ “ນະຄອນຮ່າໂນ້ຍ:
ມູນເຊື້ອ, ແຫຼ່ງກຳລັງ, ກຳນົດທິດພັດທະນາ”)


(vovworld) – ກອງ​ປະຊຸມ​ສຳ​ມະ​ນາ “ນະຄອນ​ຮ່າ​ໂນ້ຍ: ມູນ​ເຊື້ອ,​ ແຫຼ່ງກຳລັງ, ກຳນົດ​ທິດ​ພັດທະນາ” ​ໂດຍ​ຄະນະ​ໂຄ​ສະ​ນາສຶກສາຄະ​ນະ​ພັກ​ນະຄອນ​ຮ່າ​ໂນ​້ຍ ສົມທົບ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ​້ຍ ຈັດ​ຕັ້ງ, ​ໃນ​ຕອນ​ເຊົ້າ​ວັນ​ທີ 17/08. ດ​້ວຍບົດ​ປະກອບ​ຄຳ​ເຫັນ​ຂອງ​ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ​ສົ່ງ​ເຖິງ​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ໄຈ້​​ແຍກ, ຕີ​ລາຄາ​ຢ່າງ​ພາ​ວະ​ວິ​ໄສ, ວິ​ທະຍາ​ສາດ ຈາກ​ຮ່າ​ໂນ້ຍວິລະ​ຊົນ, ມີ​ຫົວຄິດ​ປະດິດ​ສ້າງ​ໃນບັນດາ​ການ​ຕໍ່​ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕະຫຼອດ​ຮອດ​ໄລຍະ​ທີ່​ຮ່າ​ໂນ້ຍ ມີສັນຕິພາບ, ພັດທະນາ ​ແລະ ​ເປັນສູນ​ກາງ​ການ​ເມືອງ, ວັດທະນະທຳ, ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ. ປະກອບສ່ວນ​ເຮັດ​ແຈ້ງ​ທ່າ​ແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ໃຫ້​ຮ່າ​ໂນ້ຍ ນັບ​ມື້​ນັບ​ພັດທະນາ. ໝາກຜົນ​ຂອງ​ກອງ​ປະຊຸມ​ໄດ້​ເຕົ້າ​ໂຮມ, ​ເພີ່ມ​ເຕີມ​ໃສ່​ບົດ​ລາຍ​ງານ​ການ​ເມືອງ​ກອງ​ປະຊຸ​ມ​ໃຫຍ່​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຄັ້ງ​ທີ 6.

ຂ່າວ/ບົດ​ອື່ນ