(vovworld) - ຕອນເຊົ້າວັນທີ 23/8, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກັບອົງການພະນັກງານປະລະມານູສາກົນ (IAEA), ກະຊວງອຸດສາຫະກຳ ການຄ້າ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາ “ພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບສະພາບຕົວຈິງພື້ນຖານໂຄງລ່າງໄຟຟ້ານິວເຄຼຍແຫ່ງຊາດ; ບັນດາບັນຫາສຳຄັນຄວນໄດ້ຮັບການພິຈາລະນາໃນການພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ; ບັນດາສິ່ງທ້າຍທາຍ ແລະ ມາດຕະການແກ້ໄຂຕໍ່ໂຄງການນິວເຄຼຍໃໝ່… ພິເສດແມ່ນຊອກຫາການສົມທົບໃຫ້ແກ່ການກໍ່ສ້າງໂຮງງານໄຟຟ້ານິວເຄຼຍຢູ່ແຂວງ ນິງຖ້ວນ ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ Nguyen Quan ໃຫ້ຮູ້ວ່າ.
“ການປະຕິບັດນະໂຍບາຍນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດໝາຍສັນຕິພາບ, ຮັບປະກັນຄວາມປອດໄພດ້ານປ້ອງກັນຄວາມສາຫງົບ, ຫວຽດນາມ ມີແຜນນະໂຍບາຍດຳເນີນໂຄງການນິວເຄຼຍຢ່າງມີປະສິດທິຜົນ, ໂດຍອິ່ງໃສ່ພື້ນຖານໂຄງລ່າງແຫ່ງຊາດ ທີ່ໄດ້ຮັບການຄົ້ນຄວ້າ ກະກຽມການລົງທຶນ ແລະ ພັດທະນາຢ່າງໝັ້ນຄົງ. ພື້ນຖານໂຄງລ່າງນີ້ ຈະແມ່ນການຮັບປະກັນຂອງລັດຖະບານຫວຽດນາມ ກ່ຽວກັບກົນໄກ, ກົດໝາຍ, ຄຸ້ມຄອງ, ເຕັກໂນໂລຊີ ແລະ ບຸກຄະນະກອນໃຫ້ແກ່ໂຄງການໄຟຟ້ານິວເຄຼຍ, ພ້ອມກັນນັ້ນປະຕິບັດຢ່າງເຂັ້ມງວດຕາມບັນດາເອກະສານ, ກົດໝາຍສາກົນ, ບັນດາມາດຕະຖານປອດໄພທາງດ້ານນິວເຄຼຍ ເຊິ່ງກົດໝາຍສາກົນຮັບຮອງ, ບັນດາການແນະນຳກ່ຽວກັບຄວາມໝັ້ນຄົງ ແລະ ບັນດາຄວາມຮຽກຮ້ອງຮັບປະກັນບໍ່ແຜ່ຂະຫຍາຍອາອຸດນິວເຄຼຍ. ”