ກອງປະຊຸມສຳມະນາ, ສິ່ງທ້າທາຍ ແລະ ແງ່ຫວັງການຮ່ວມມືຫວຽດນາມ - ອີຢິບ

(VOVWORLD) - ວັນທີ 8/5, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນ ກາຍໂຣ, ປະເທດ ອີຢິບ, ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ສະພາບການຢູ່ ອີຢິບພາຍຫຼັງເຫດການລະດູບານໃໝ່ ອາຣັບ - ກາລະໂອກາດ, ສິ່ງທ້າທາຍ ແລະ ແງ່ຫວັງການຮ່ວມມື ຫວຽດນາມ - ອີຢິບ”. 

ກອງປະຊຸມສຳມະນາ, ສິ່ງທ້າທາຍ ແລະ ແງ່ຫວັງການຮ່ວມມືຫວຽດນາມ - ອີຢິບ - ảnh 1 ກອງປະຊຸມສຳມະນາ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ ຫວຽດນາມ ສະໜອງໃຫ້ຝ່າຍ ອີຢິບ ບັນດາຂໍ້ມູນຂ່າວສານ ກ່ຽວກັບການພັດທະນາຂອງ ຫວຽດນາມ ຜ່ານ 30 ປີແຫ່ງການປ່ຽນໃໝ່. ພິເສດ, ກອງປະຊຸມສຳມະນາ ໄດ້ສຸມໃສ່ແບ່ງປັນກ່ຽວກັບບັນດາການກຳນົດທິດ, ມາດຕະການເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືໃນບັນດາຂົງເຂດລະຫວ່າງ ຫວຽດນາມ - ອີຢິບ ໃນໄລຍະຈະມາເຖິງ. ບັນດານັກຮຽນຮູ້ ອີຢິບ ກໍ່ມີຄວາມຫວັງວ່າ 2 ປະເທດຈະ ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະຈະມາເຖິງ.

ແລະກໍ່ໃນວັນດຽວກັນ, ທ່ານ ເຈີ່ນດັກເລີ້ຍ, ຮອງຫົວໜ້າຄະນະປະຈຳຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ມີການເຮັດວຽກກັບກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ອີຢິບ ແລະ ທ່ານຮອງລັດຖະມົນຕີ ການຕ່າງປະເທດ ອີຢິບ ຮັບຜິດຊອບບັນດາບັນຫາ ອາຊີ Yeser Morad.

ຕອບກັບ

ຂ່າວ/ບົດ​ອື່ນ