ກອງປະຊຸມສຳມະນາ ຫວຽດນາມ-ລາວ ກ່ຽວກັບວຽກງານແນວໂຮມ

ກອງປະຊຸມສຳມະນາ ຫວຽດນາມ-ລາວ ກ່ຽວກັບວຽກງານແນວໂຮມ - ảnh 1
ພາບປະກອບ

( vovworld ) –  ​ວັນ​ທີ 10/5, ຢູ່​ວຽງ​ຈັນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ສົມທົບ​ກັນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ງານ​ແນວ​ໂຮມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖືວ່າ: ບັນດາ​ບົດຮຽນ​ກ່ຽວ​ກັບ​ການ​ເຂົ້າຮ່ວມ​ການ​ກໍ່ສ້າງ​ພັກ​ກໍ່ຄືການ​ປະສານ​ສົມທົບ​ລະຫວ່າງ​ແນວ​ໂຮມກັບ​ລັດ, ອົງການ​ສະມາຊິກ​ໃນ​ແນວ​ໂຮມ, ບັນດາ​ກະຊວງ ຂະ​ແໜງ​ຢູ່​ສູນ​ກາງຂອງ ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ປະຕິບັດ​ການ​ຂົນຂວາຍ​ບັນດາ​ຂະ​ບວນການ, ບັນດາ​​ໂຄງການ​ເສດຖະກິດ​ສັງຄົມ….​ແມ່ນ​ບັນດາ​ບົດຮຽນ​ທີ່​ມີ​ຊີວິດ​ຊີ​ວາ, ອັນ​ໄດ້​ຊ່ວຍ​ໃຫ້​ແນວ​ລາວ​ສ້າງ​ຊາດ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າກ່ວາ​ອີກ, ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ…….

ລາວ ມອບ​ອັດຖິ​ທະຫານ​ອາສາ​ສະໝັກ ​ຫວຽດນາມ

( vovworld ) –  ​ໃນ​ວັນ​ທີ 8-9/5, ຢູ່​ແຂວງ​ສາລະ​ວັນ, ທາງ​ພາ​ກໃຕ້​ປະ​ເທດ​ລາວ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ລາວ​ໄດ້​ມອບ​ອັດຖິ​ຜູ້​ຊ່ຽວຊານ ​ແລະ ທະຫານ​ອາສາ​ສະໝັກ 20 ຊຸດ ຊື່​ງ​ແມ່ນ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ການ​ຕໍ່ຕ້ານ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ຂອງ​ປະຊາຊົນ​ລາວ ໃຫ້​ແກ່​ແຂວງ Thua Thien Hue. ທີ່​ພິທີ​ມອບ, ທ່ານ ພູ​ວຽງ ລຽມມາ​ວົງສາ, ຫົວໜ້າ​ບັນຊາ​ການ, ກອງ​ບັນຊາ​ການ ທະຫານ​ແຂວງ​ສາລະ​ວັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ທີ່​ຈິງ​ໃຈ​ຂອງ​ປະຊາຊົນ​ລາວ ທີ່​ມີ​ຕໍ່​ຄວາມ​ເສຍສະຫຼະ​ອັນ​ສູງ​ສົ່ງ​ບັນດາຜູ້​ຊ່ຽວຊານ ​ແລະ ທະຫານ​ອາສາ​ສະໝັກ ຫວຽດນາມ. ກ່ອນ​ໜ້ານັ້ນ, ຄື​​ໃນວັນ​​ທີ 4/5, ການ​ນຳ​ ​ແລະ ປະຊາຊົນແຂວງຄຳ​ມ່ວນ ກໍ່​ໄດ້​ມອບ​ອັດຖິຜູ້​ຊ່ຽວຊານ ​ແລະ ທະຫານ​ອາສາ​ສະໝັກ ຫວຽດນາມ ລວມ 37 ຊຸດ ​ໃຫ້​ແກ່​ກອງ​ບັນຊາ​ການ​ທະຫານ​ແຂວງ Quang Binh ​ເຊັ່ນ​ດຽວ​ກັນ.  

ຂ່າວ/ບົດ​ອື່ນ