ກອງປະຊຸມສຳມະນາການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງຢູ່ຫວຽດນາມ
ພິທີບູຊາເຈົ້າຊີວິດຮຸ່ງ
|
(vovworld)- ຕອນເຊົ້າວັນທີ 26/12 ຢູ່ ນະຄອນໂຮ່ຈິມີນ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ ແລະ ຄະນະພັກນະຄອນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ການເຫລື້ອມໃສບູຊາ ເຈົ້າຊີວິດຮຸ່ງ ຢູ່ ຫວຽດນາມ”. ກອງປະຊຸມສຳມະນາຖືກຈັດຂຶ້ນເນື່ອງໃນໂອກາດ 3 ປີແຫ່ງວັນ UNESCO ຮັບຮອງການເຫລື້ອມໃສບູຊາ ເຈົ້າຊີວິດຮຸ່ງ ຢູ່ ຟູທໍ້ ຂອງຫວຽດນາມ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຕາງຫນ້າໃຫ້ມວນມະນຸດ. ທີ່ກອງປະຊຸມສຳມະນາ, ບັນດານັກຄົ້ນຄ້ວາ, ນັກຄຸ້ມຄອງ, ຜູ້ຊ່ຽວຊານ ອີກຄັ້ງຫນຶ່ງໄດ້ຢືນຢັນ: ການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງ ໄດ້ຮັບຖືວ່າ ແມ່ນສັນຍາລັກສ່ອງແສງໃຫ້ເຫັນນ້ຳໃຈຊາດ, ສະຕິຕໍ່ຊາດ ແລະ ຄວາມສາມັກຄີຂອງປະຊາຄົມຊາວຫວຽດນາມ. ການເຫລືິ້ອມໃສນີ້ແມ່ນຍືນຍົງຄົງຕົວໃນປະຫວັດສາດ ນັບພັນໆປີ ແລະ ນັບມື້ນັບພັດທະນາ. ສາດສະດາຈານ, ດຣ ເຈືອງກວກບີງ, ກຳມະການສະພາມໍລະດົກວັດທະນະທຳແຫ່ງຊາດ ເນັ້ນຫນັກວ່າ:
“ມາຮອດປະຈຸບັນ, ພັກ, ລັດຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງ ຄືດັ່ງຫນຶ່ງໃນບັນດາມໍລະດົກດ້ານຈິດໃຈ, ຊັບສົມບັດດ້ານຈິດໃຈອັນລ້ຳຄ່າຂອງຊາດ.”