ກອງປະຊຸມສຳມະນາກ່ຽວກັບການພົວພັນລະຫວ່າງຫວຽດນາມ-ອິນເດຍແລະຂີດໝາຍປະທານໂຮ່ຈີມິນ

(VOVWORLD) -ບັນດາຜູ້ແທນລ້ວນແຕ່ຢືນຢັນວ່າ, ຫວຽດນາມ ແລະ ອິນເດຍ ມີການພົວພັນດ້ານການເມືອງ - ການທູດດີງາມທີ່ສຸດ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ.

ກອງປະຊຸມສຳມະນາກ່ຽວກັບການພົວພັນລະຫວ່າງຫວຽດນາມ-ອິນເດຍແລະຂີດໝາຍປະທານໂຮ່ຈີມິນ - ảnh 1 ທີ່ກອງປະຊຸມສຳມະນາ

(ພາບ: vietnam+)

ວັນທີ 24 ພະຈິກ, ທີ່ສະພາການພົວພັນວັດທະນະທຳອິນເດຍ (ICCR) ຢູ່ Kolkata, ຄະນະກຳມະການສາມັກຄີອິນເດຍ - ຫວຽດນາມ ລັດ Bengal ຕາເວັນຕົກ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ການພົວພັນນັບມື້ນັບພັດທະນາ ແລະ ມີຂີດໝາຍກ່ຽວກັບປະທານໂຮ່ຈີມິນ”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນລ້ວນແຕ່ຢືນຢັນວ່າ, ຫວຽດນາມ ແລະ ອິນເດຍ ມີການພົວພັນດ້ານການເມືອງ - ການທູດດີງາມທີ່ສຸດ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ຄວາມໄວ້ເນື້ອເຊື່ອໃຈນັ້ນຍາມໃດກໍ່ໄດ້ຮັບການປັບປຸງຜ່ານເລື່ອງ 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານຢ່າງເປັນປະຈຳ. ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບບັນດາຈຸດທີ່ຄ້າຍຄືກັນບົນເສັ້ນທາງຕໍ່ສູ້ປົດປ່ອຍຊາດຂອງຜູ້ນຳ Mahatma Gandhi ແລະ ປະທານໂຮ່ຈີມິນ. ບົນເສັ້ນທາງປົດປ່ອຍຊາດຂອງຕົນ, ຜູ້ນຳ 2 ທ່ານໄດ້ “ມີທັດສະນະຮ່ວມທາງ” ດ້ານແນວຄວາມຄິດປັດຊະຍາ ພ້ອມກັບເປົ້າໝາຍອັນສູງສົ່ງ: ຕໍ່ສູ້ປົດປ່ອຍປະຊາຊົນໃຫ້ຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດຂອງຈັກກະພັດ ແລະ ພວກລ່າເມືອງຂຶ້ນ.

        ຢູ່ນອກກອງປະຊຸມສຳມະນາກໍ່ໄດ້ຈັດງານວາງສະແດງກ່ຽວກັບປະທານໂຮ່ຈິມິນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ