ສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ
ພາບປະກອບ:internet
|
(vovworld)- ກອງປະຊຸມສຳມະນາ“ແລກປ່ຽນບົດຮຽນກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ ຫວຽດນາມ ໂດຍຫ້ອງວ່າການສະພາແຫ່ງຊາດ ແລະ ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດຊຸດທີ 13 ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 21/3 ຢູ່ ນະຄອນໂຮ່ຈິມິນ. ນີ້ແມ່ນລາຍການນອນໃນໂຄງການ“ຍົກສູງປະສິດທິຜົນການພົວພັນລະຫວ່າງສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຢູ່ ຫວຽດນາມ” ລະຫວ່າງຫ້ອງວ່າການສະພາແຫ່ງຊາດ ແລະ ສະຖາບັນ KAS ຂອງເຢຍລະມັນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ, ປຶກສາຫາລືກ່ຽວກັບບັນດາກົນໄກສົມທົບ, ການປ່ຽນໃຫມ່ໃນການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ບົດຮຽນທິດສະດີຂອງສາກົນ ແລະອື່ນໆ. ທ່ານ ຫງວຽນດຶກຮ່ຽນ, ຫົວຫນ້າຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດຊຸດທີ 13 ຍົກຄຳເຫັນວ່າ:
“ຂ້າພະເຈົ້າຄິດວ່າ ດ້ວຍການເຂົ້າຮ່ວມຂອງຜູ້ຊ່ຽວຊານ, ນັກວິທະຍາສາດ ຫລາຍທ່ານໃນກອງປະຊຸມສຳມະນາຄັ້ງນີ້ ພວກເຮົາຈະເກັບກຳໄດ້ຄຳເຫັນທີ່ມີປະໂຫຍດຫລາຍຢ່າງ ແລະ ມີມາດຕະການແທດຈິງຈາກບົດຮຽນທີ່ອຸດົມສົມບູນຂອງບັນດາຜູ້ແທນເພື່ອຍົກສູງຄຸນນະພາບວິທີພົບປະກັບຜູ້ມີສິດເລືອກຕັ້ງ ແລະ ວຽກງານແກ້ໄຂຄຳຮ້ອງທຸກ, ກ່າວຟ້ອງຂອງພົນລະເມືອງໃນໄລຍະຈະມາເຖິງບັນລຸປະສິດທິຜົນຢ່າງແທດຈິງກວ່າ.”