ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ ອຸທົກກະສາດ
ສະຖານີອຸຕຸນິຍົມ ອຸທົກກະສາດ |
(vovworld)- ວັນທີ 18/5, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ ອຸທົກກະສາດ ຊຶ່ງຄາດວ່າຈະຍືນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນປີ 2015. ພິເສດ, ຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ ອຸທົກກະສາດ ແລະ ບັນດາເອກະສານແນະນຳການປະຕິບັດກົດໝາຍ ຄວນຮັບປະກັນການເຄື່ອນໄຫວອຸຕຸນິຍົມ ອຸທົກກະສາດ ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານປ້ອງກັນຊາດ , ປ້ອງກັນຄວາມສະຫງົບ, ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາການເຄື່ອນໄຫວເສດຖະກິດສັງຄົມ. ທີ່ກອງປະຊຸມສຳມະນາ, ບັນດານັກສຳມະນາກອນ ໄດ້ສຸມໃສ່ປຶກສາຫາລືບັນຫາຕ່າງໆຄື ການຄຸຸ້ມຄອງການພະຍາກອນອາກາດ, ສະພາບຕົວຈິງ ແລະ ກຳນົດທິດພັດທະນາຂອງລະບົບພະຍາກອນອຸຕຸນິຍົມ ອຸທົກກະສາດ ແລະ ການຕິດຕາມ ການປ່ຽນແປງຂອງດິນຟ້າອາກາດ…..