ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ

(VOVWORLD) -  “ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ” ຖືກດຳເນີນໃນຕອນເຊົ້າວັນທີ 16 ມັງກອນ ຢູ່ຮ່າໂນ້ຍ ໂດຍຄະນະໂຄສະນາສຶກສາສູນກາງພັກສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງພັກຈັດຕັ້ງຂຶ້ນ.
ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ - ảnh 1ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ (ພາບ: TTXVN)

        ທີ່ກອງປະຊຸມສຳມະນາ, ບົດທາບທາມຄວາມເຫັນ 60 ບົດຂອງບັນດານັກວິທະຍາສາດ, ຜູ້ຕາງໜ້າບັນດາອົງການພັກ, ລັດ, ຕາງໜ້າບັນດາແຂວງ, ນະຄອນ…ລ້ວນແຕ່ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ໄດ້ກຳເນີດຂຶ້ນແມ່ນສິ່ງຈຳເປັນຕ້ອງເປັນໄປຢ່າງເດັດຂາດຂອງປະຫວັດສາດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ເນັ້ນໜັກວ່າ:

ພວກເຮົາພ້ອມກັນທົບທວນຄືນສາງປະຫວັດສາດຂອງພັກ, ຢັ້ງຢືນຢ່າງແຮງບັນດາຜົນງານອັນຍິ່ງໃຫຍ່, ຖອດຖອນບັນດາບົດຮຽນອັນລ້ຳຄ່າຂອງພັກໃນ 90 ປີຜ່ານມາ. ບົນພື້ນຖານນັ້ນ ເຫັນດີເປັນເອກະພາບ, ສັງເກດຕີລາຄາ ພ້ອມທັງສະເໜີບັນດາມາດຕະການ ແນໃສ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາກປະຊາທິປະໄຕສັງຄົມນິຍົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ