ກອງປະຊຸມສຳມະນາວິທະຍາສາດ ”ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່”

ກອງປະຊຸມສຳມະນາວິທະຍາສາດ ”ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່” - ảnh 1
(ພາບ: google.com.vn)

vovworld) -  ​ທີ 20/10, ຢູ່​ນະຄອນ​ໂຮ່ຈີ​ມິນ, ມະ​ຫາວິທະຍາ​ໄລ​ເສດຖະກິດ - ກົດໝາຍ ສັງກັດ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນໂຮ່ຈີ​ມິນ ​ໄດ້​ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ປັນຍາ​ຊົນ​ວິ​ສາ​ຫະກິດ​ສາກົນ ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດດ້ວຍ​ຫົວ​ຂໍ້​ວ່າ ”ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່”. ຜູ້​ແທນ 150 ຄົນ ​ເຊິ່ງ​ແມ່ນ​ບັນດາ​ຜູ້​ຊ່ຽວຊານ, ນັກ​ຄົ້ນ​ຄ້ວາ, ນັກ​ຄຸ້ມ​ຄອງ​ເສດຖະກິດ ​ແລະ ບັນດາ​ນັກທຸລະກິດ ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື, ​ແລກປ່ຽນ ​ແລະ ຍົກ​ອອກ​ບັນດາ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບ​ລັດ​ວິ​ສາ​ຫະກິດ, ບົດບາດ​ຂອງ​ລັດ​ວິ​ສາ​ຫະກິດ​ໃນພື້ນຖານ​ເສດຖະກິດ​ການ​ຕະຫຼາດ ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ໄລຍະ​ປະຈຸ​ບັນ; ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ກໍ່​ຄື​ຍົກ​ສູງ​ບົດບາດ, ປະສິດທິ​ຜົນ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ​ເສັ້ນທາງ​ສັ້ນ​ທີ່​ສຸດ​ເພື່ອ​ສ້າງລະບຽບ​ການ​ຕະຫຼາດ​ຄືນ​ໃໝ່​ ສຳລັບ​ບັນດາ​ລັດ​ວິ​ສາ​ຫະກິດ​ ນັ້ນ​ແມ່ນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ​ໃນ​ສະ​ເພາະ​ໜ້າ, ລັດ​ຄວນ​ເດັດ​ດຽວ​ຍູ້​ໄວ​ວິວັດ​ການ​ຫັນ​ບັນດາ​ລັດ​ວິ​ສາ​ຫະກິດເປັນຫຸ້ນ​ສ່ວນ ​ເຖິງ​ວ່າ​ຈະ​ຕ້ອງ​ເກັບ​ເອົາ​ທຶນ​ດ້ວຍ​ລະດັບ​ຕຳ່ກໍ່ຕາມ ​ແຕ່​ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​​ສຸດ​ໃຫ້​ແກ່​ຕະຫຼາດ​.

ຂ່າວ/ບົດ​ອື່ນ