(vovworld) – ໃນທ້າຍອາທິດຜ່ານມາ, ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເຕົ້າໂຮມວິທະຍາສາດທະເລ ແລະ ພູມສາດດ້ານການເມືອງຢູ່ທະເລຕາເວັນອອກ”. ບັນດານັກຮຽນຮູ້ອາເມລິກາ ໄດ້ເປັນເອກະພາບຕໍ່ທັດສະນະທີ່ຖືວ່າ, ການເຄື່ອນໄຫວປ້ານຄູນບັນດາຫາດຫີນໃນໄລຍະຜ່ານມາຂອງຈີນ ແມ່ນສ້າງຄວາມວິຕົກກັງວົນທີ່ສຸດ, ອັນເປັນການທຳລາຍສິ່ງແວດລ້ອມທຳມະຊາດ ແລະ ສິ່ງແວດລ້ອມຊີວະນາໆພັນຢູ່ເຂດທະເລຕາເວັນອອກ. ໜຶ່ງໃນບັນດາບົດກ່າວປາໄສໄດ້ຮັບການຕີລາຄາສູງທີ່ກອງປະຊຸມສຳມະນາແມ່ນຂອງທ່ານ James Borton, ອະດີດນັກຂ່າວໜັງສືພິມ “Washington Times” ແລະ ເປັນຜູ້ຂຽນປື້ມມີຊື່ວ່າ “ທະເລຕາເວັນອອກ: ສິ່ງທ້າທາຍ ແລະ ແງ່ຫວັງ”. ທ່ານ James Borton ໃຫ້ຮູ້ວ່າ, ເຖິງວ່າຈີນ ຢືນຢັນບັນດາໂຄງການປ້ານຄູນເປີດກວ້າງບັນດາຫາດຫີນ ບໍ່ກໍ່ຜົນຮ້າຍເຖິງສິ່ງແວດລ້ອມກໍ່ຕາມ, ແຕ່ຜົນທີ່ເກັບກຳມາໄດ້ພັດກົງກັນຂ້າມ. ຕາມທ່ານ James Borton ແລ້ວ, ວົງການນັກວິທະຍາສາດ ແລະ ນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ການເຄື່ອນໄຫວດັ່ງກ່າວຂອງຈີນ ແມ່ນລະເມີດເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). ທ່ານ James Borton ສະເໜີສ້າງຕັ້ງຄະນະກຳມະການທະເລຕາເວັນອອກຂຽວຫຼາຍຝ່າຍ, ດ້ວຍການເຂົ້າຮ່ວມ ແລະ ການສະໜັບສະໜູນຈາກບັນດາປະເທດອາຊຽນ.