ກອງປະຊຸມສຳມະນາສົ່ງເສີມການລົງທຶນ,ການຄ້າເຂົ້າສະຫະພັນລັດເຊຍ
ພາບປະກອບ
(vovworld) - ວັນທີ 20/5, ຢູ່ນະຄອນ ໂຮ່ຈີມິນ ຈະຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າເຂົ້າສະຫະພັນ ລັດເຊຍ ດ້ວຍຫົວຂໍ້ວ່າ: “ສູນວັດທະນະທຳ, ການຄ້າດ້ວຍຫຼາຍພາລະໜ້າທີ່ ແລະ ໂຮງແຮມ - ຮ່າໂນ້ຍ ມົດສະກູ: ຂົວເຊື່ອມຕໍ່ການຄ້າລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ”. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳສະຫະພັນ ລັດເຊຍ, ທ່ານ Vladimir Lebedev, ທີ່ປຶກສາກ່ຽວກັບການຮ່ວມມືສາກົນຂອງເຈົ້າຄອງນະຄອນມົດສະກູ, ຖືວ່າ: ໃນໄລຍະຜ່ານມາ, ຫວຽດນາມ ແມ່ນໜື່ງໃນບັນດາຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມາດບົ່ມຊ້ອນຂອງສະຫະພັນ ລັດເຊຍ ເວົ້າລວມ ແລະ ຂອງນະຄອນຫຼວງ ມົດສະກູ ເວົ້າສະເພາະ. ທ່ານ Vladimir Lebedev, ໃຫ້ຮູ້ວ່າ:
“ອຳນາດການປົກຄອງມົດສະກູຍາມໃດກໍ່ເອົາໃຈໃສ່ໜູນຊ່ວຍບັນດາວິສາຫະກິດພັດທະນາວິສາຫະກິດຢູ່ ຮ່າໂນ້ຍ. ສຳລັບບັນດາວິສາຫະກິດ ຫວຽດນາມ ພວກຂ້າພະເຈົ້າໄດ້ ແລະ ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກ. ພວກຂ້າພະເຈົ້າພ້ອມກັບບັນດານັກລົງທຶນຂອງ ຮ່າໂນ້ຍ ໄດ້ກໍ່ສ້າງຊາຍຄາລວມໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ຢູ່ລັດເຊຍ. ພວກຂ້າພະເຈົ້າຈະໜູນຊ່ວຍກ່ຽວກັບບັນດາລະບຽບການດ້ານກົດໝາຍ, ອອກໃບອະນຸຍາດລົງທຶນຢ່າງວ່ອງໄວ... ບັນດາມາດຕະການນີ້ຈະນຳມາເຊິ່ງບັນດາທ່າໄດ້ປຽບໃໝ່ໃຫ້ແກ່ສູນ ຮ່າໂນ້ຍ - ມົດສະກູ ແລະ ບັນດາວິສາຫະກິດທຳມາຫາກິນຢູ່ທີ່ນີ້”