(ທ່ານ ຫງວຽນກວກເກື່ອງ ເອກອັກ
ຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ)
(vovworld) – ກອງປະຊຸມສຳມະນາ ຖືກດຳເນີນໃນຕອນບ່າຍວັນທີ 12/11 ຢູ່ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ. ກອງປະຊຸມສຳມະນາ ເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍດຶງດູດການລົງທຶນ…ຂອງນະຄອນ ດ່າໜັງ ເຖິງບັນດາວິສາຫະກິດ ຍີ່ປຸ່ນ, ພ້ອມທັງ ຮຽກຮ້ອງບັນດານັກລົງທຶນ ຍີ່ປຸ່ນ ມາລົງທຶນຢູ່ ດ່າໜັງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກເກື່ອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຖືວ່າ: ການພົວພັນ 2 ປະເທດ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໄລຍະອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ບັນດາວິສາຫະກິດ ຍີ່ປຸ່ນ ຕີລາຄາສູງຄວາມສາມາດບົ່ມຊ້ອນ ກໍຄືສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ.
ສ່ວນທ່ານ Yushita Hiroyuki ຜູ້ອຳນວຍການສູນຄົ້ນຄວ້າເສດຖະກິດ ຫວຽດນາມ ຖືວ່າ: ກອງປະຊຸມສຳມະນາ ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າໃຈກ່ວາ ກ່ຽວກັບສະພາບແວດລ້ອມ ກໍຄືນະໂຍບາຍການລົງທຶນຂອງນະຄອນ ດ່າໜັງ. ທ່ານ Yushita Hiroyuki ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງ ດ່າໜັງ ພິເສດແມ່ນຂົງເຂດການທ່ອງທ່ຽວ, ທ່າກ່ຳປັ່ນ, ເຂດເຕັກໂນໂລຢີສູງ.