ພາບປະກອບ:internet
|
(vovworld) - ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຫາກໍຖືກຈັດຂຶ້ນຢູ່ ນະຄອນນິວຢອກ ສະຫະລັດອາເມລິກາ ໂດຍມີການເຂົ້າຮ່ວມຂອງບັນດານັກຮຽນຮູ້ທີ່ມີຊື່ສຽງຂອງອາເມລິກາ, ຫວຽດນາມ, ຈີນ, ອົດສະຕາລີ, ອັງກິດ, ຟິລິບປີນ ແລະ ສິງກະໂປ. ກອງປະຊຸມສຳມະນາໄດ້ໄຈ້ແຍກບັນດາສາຍເຫດທີ່ກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ບົດບາດຂອງກົດໝາຍສາກົນ, ການພົວພັນລະຫວ່າງ ອາເມລິກາ -ຈີນ ແລະ ບົດບາດຂອງອາຊຽນໃນການແກ້ໄຂການພິພາດຢູ່ທະເລ. ທີ່ກອງປະຊຸມສຳມະນາ, ຜູ້ຕາງຫນ້າ ຫວຽດນາມ ໄດ້ແນະນຳບັນດາຫລັກມູນທີ່ພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາທີ່ບໍ່ສາມາດປະຕິເສດໄດ້. ທ່ານນາງ ຫງວຽນທິແທງຮ່າ, ຫົວຫນ້າກົມກົດໝາຍສາກົນ ແລະສົນທິສັນຍາ ສປຊ ກ່ຽວກັບທະເລ ໄດ້ຢືນຢັນຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນແກ້ໄຂການພິພາດຢູ່ທະເລຕາເວັນອອກຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບທະເລ. ສ່ວນທ່ານ Chiristopher Hill ອະດີດຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ, ຮັບຜິດຊອບບັນຫາອາຊີຕາເວັນອອກ ແລະ ປາຊີຟິກ ຖືວ່າ: ຈີນ ຄວນກຳນົດຜົນປະໂຫຍດຕົ້ນຕໍຂອງຕົນ ແລະ ຊອກວິທີເຮັດໃຫ້ຜົນປະໂຫຍດນັ້ນໃຫ້ມີຄວາມກົມກຽວກັບຜົນປະໂຫຍດຂອງບັນດາປະເທດອາຊຽນ. ທ່ານ Hill ເນັ້ນຫນັກວ່າ: ການພິພາດຢູ່ທະເລຮຽກຮ້ອງໃຫ້ມີວິທີສຳພັດທັນສະໄຫມກວ່າ, ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ວິທີສຳພັດສອງຝ່າຍປະຈຸບັນຂອງຈີນ ບໍ່ເໝາະສົມ. ທ່ານ Hill ກ່າວວ່າ:
“ຜົນປະໂຫຍດຕົ້ນຕໍຂອງຈີນ ບໍ່ແມ່ນພຽງແຕ່ຢູ່ທະເລຕາເວັນອອກເທົ່ານັ້ນ ຫາກແມ່ນການແກ້ໄຂໂດຍສັນຕິວີທີກັບບັນດາປະເທດບ້ານໃກ້ເຮືອນຄຽງ. ຂ້າພະເຈົ້າຖືວ່າ: ການພິພາດທະເລຕາເວັນອອກກັບບັນດາປະເທດບ້ານໃກ້ເຮືອນຄຽງບໍ່ນຳມາເຊິ່ງຜົນປະໂຫຍດຫຍັງໃຫ້ແກ່ຈີນ. ຈີນ ພວມພົ້ນເດັ່ນຂຶ້ນ ແລະ ກາຍເປັນປະເທດໃຫຍ່ໃນທົ່ວໂລກ. ວິທີພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງແມ່ນບັນຫາສຳຄັນສຳລັບປະເທດຈີນ ກໍຄືຂອງທັງໂລກ.”
ຜູ້ຕາງຫນ້າຝ່າຍ ຟິລິປີນ ຖືວ່າ: COC ຄວນໄດ້ຮັບການນຳໃຊ້ຄຽງຄູ່ກັບກົດໝາຍສາກົນ ເພາະວ່າ ປະມວນຂໍ້ກຳນົດນີ້ບໍ່ແກ້ໄຂທຸກບັນຫາໄດ້ ແລະ ກົງກັນຂ້າມ. ສ່ວນທ່ານ Rober Berman ຜູ້ອຳນວຍການສູນກົດໝາຍສາກົນ ສິງກະໂປຖືວ່າ: ຈີນ ຄວນຊຸກຍູ້ຜົນປະໂຫຍດສາກົນຂອງຕົນ ໂດຍອີງໃສ່ກົດໝາຍສາກົນ.