ກອງ​ປະ​ຊຸມ​ສຳ​ມະ​ນາສາ​ກົນ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ເຊຍ - ອາ​ຊຽ​ນ ໄລ​ຍະຫຼັງ​ໂຄວິດ - 19

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ຮັບຟັງບັນດາບົດປະກອບຄຳເຫັນ, ການຕີລາຄາກ່ຽວກັບສະພາບການ ແລະ ເຕື້ອງເຖິງບັນດາແງ່ມູມທີ່ແຕກຕ່າງກັນ ເພື່ອແນໃສ່ຊຸກຍູ້ການຮ່ວມມື, ເພີ່ມທະວີການພົວພັນດ້ານເສດຖະກິດ ລະຫວ່າງ ລັດເຊຍ ແລະ ອາຊຽນ.

ວັນທີ 3 ມິຖຸນາ, ສູນຍຸດທະສາດ ລັດເຊຍ ປະຈຳ ອາຊີ  ສັງກັດສະຖາບັນເສດຖະກິດຂຶ້ນກັບສະຖາບັນດິດ ວິທະຍາສາດ ລັດເຊຍ (RAN) ໄດ້ຈັດກອງປະຊຸມສຳມະນາສາກົນທາງອອນລາຍ “ບັນດາບຸລິມະສິດ ຟື້ນຟູຫຼັງໂຄວິດ - 19 ກັບບັນດາສະມາຊິກ ອາຊຽນ: ບັນດາແງ່ຫວັງພັດທະນາໃໝ່ກັບ ລັດເຊຍ”. ໂດຍມີການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ ເກືອບ 30 ທ່ານ ທີ່ຂຶ້ນກັບບັນດາອົງການຄົ້ນຄ້ວາແຖວໜ້າ ຂອງ ລັດເຊຍ, ຫວຽດນາມ ແລະ ຟີລິບປິນ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ຮັບຟັງບັນດາບົດປະກອບຄຳເຫັນ, ການຕີລາຄາກ່ຽວກັບສະພາບການ ແລະ ເຕື້ອງເຖິງບັນດາແງ່ມູມທີ່ແຕກຕ່າງກັນ ເພື່ອແນໃສ່ຊຸກຍູ້ການຮ່ວມມື, ເພີ່ມທະວີການພົວພັນດ້ານເສດຖະກິດ ລະຫວ່າງ ລັດເຊຍ ແລະ ອາຊຽນ. ບັນດານັກປະຖະກະຖາ ໄດ້ຖືວ່າ ອາຊຽນ ແມ່ນພາກພື້ນສືບຕໍ່ຮັກສາໄດ້ການເຕີບໂຕເສດຖະກິດຢູ່ລະດັບສູງໃນໂລກ, ບັນດາທ່ານ ກໍ່ຢັ້ງຢືນວ່າ ລັດເຊຍ ແລະ ອາຊຽນ ມີກາລະໂອກາດຮ່ວມມືຢ່າງໃຫຍ່ຫຼວງ, ລະອຽດແມ່ນບັນດາຂົງເຂດຄື: ສາທາລະນະສຸກ, ກະສິກຳ, ພະລັງງານ, ເສດຖະກິດ - ການຄ້າ, ຫັນປ່ຽນເປັນດີຈີຕອນ, ພັດທະນາແບບຍືນຍົງ… ເຖິງຢ່າງໃດກໍ່ຕາມ, ບັນດາບົດປະກອບຄຳເຫັນ ກໍ່ຊີ້ໃຫ້ເຫັນວ່າ ວົງເງິນການຄ້າ ສອງຝ່າຍລະຫວ່າງ ລັດເຊຍ ແລະ ອາຊຽນ ຍັງຢູ່ໃນລະດັບຕ່ຳ, ສອງຝ່າຍຍັງບໍ່ທັນສວຍໃຊ້ໄດ້ທ່າແຮງ, ຄວາມສາມາດບົ່ມຊ້ອນຂອງຕົນຢ່າງສຸດຂີດ, ການຮ່ວມມືເສດຖະກິດ - ການຄ້າ ຍັງບໍ່ທັນເໝາະສົມກັບການພົວພັນດ້ານການເມືອງທີ່ດີງາມລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ