ກອງປະຊຸມສຳມະນາສາກົນຕີລາຄາຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ
(ກອງປະຊຸມສຳມະນາສາກົນຕີລາຄາ
ຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ)
(vovworld) - ກອງປະຊຸມສຳມະນາສາກົນ “ຕີລາຄາຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ/ດີໂອຊິນ ໂດຍອາເມລິກາ ນຳໃຊ້ໃນສົງຄາມຢູ່ຫວຽດນາມ”, ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ (1961 - 2016), ຖືກດຳເນີນໃນຕອນເຊົ້າວັນທີ 08/08, ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມສຳມະນາມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Haroyama ພ້ອມກັບບັນດານັກວິທະຍາສາດພາຍໃນປະເທດ ແລະ ສາກົນ. ກອງປະຊຸມສຳມະນານີ້ລວມມີ 2 ຫົວເລື່ອງຄື: ຫົວເລື່ອງກ່ຽວກັບສິ່ງແວດລ້ອມ, ທາດພິດເຄມີ, ຊີວະນາໆພັນ; ຫົວເລື່ອງກ່ຽວກັບສາທາລະນະສຸກ ແລະ ສຸຂະພາບປະຊາຊົນ. ມີບົດປະກອບຄຳເຫັນກວ່າ 30 ບົດທີ່ກອງປະຊຸມສຳມະນາ ລ້ວນແຕ່ຖືວ່າ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ ຍັງມີຫຼາຍບັນຫາໃຫຍ່ທີ່ຕ້ອງສືບຕໍ່ຄົ້ນຄວ້າ, ເຮັດແຈ້ງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ ຊີ້ແຈ້ງວ່າ.
“ລັດຖະບານຫວຽດນາມ ພ້ອມກັບລັດຖະບານອາເມລິກາ ໄດ້ຄົ້ນຄວ້າ, ສ້າງບັນດາແຜນການເພື່ອລ້າງທາດພິດຕໍ່ສິ່ງແວດລ້ອມ; ໃນຕໍ່ໜ້າແມ່ນສຸມໃສ່ສະໜາມບິນ ດ່ານັ້ງ. ຕາມແຜນການແລ້ວ, ປີ 2017 ອາດຈະລ້າງທາດພິດຕໍ່ສິ່ງແວດລ້ອມຢູ່ສະໜາມບິນ ດ່ານັ້ງ ສຳເລັດ, ຕໍ່ຈາກນັ້ນແມ່ນສະໜາມບິນ ບຽນຮ່ວາ. ນອກນັ້ນ, ລັດຖະບານຫວຽດນາມ ກໍມີແຜນການສຳຫຼວດກວດກາຢູ່ບັນດາແຫ່ງອື່ນທີ່ຍັງຖືກມົນລະພິດຕໍ່ສິ່ງແວດລ້ອມ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍການສົມທົບກັນລະຫວ່າງລັດຖະບານອາເມລິກາ ແລະ ລັດຖະບານຫວຽດນາມ, ບັນດາຈຸດຮ້ອນເຮັ່ງຈະໄດ້ຮັບການລ້າງທາດພິດ ແລະ ຫຼຸດຜ່ອນມົນລະພິດກ່ຽວກັບທາດພິດສີສົ້ມ/ດີໂອຊິນ ໃນປະຊາຊົນຢູ່ເຂດອ້ອມຂ້າງ”.
ກອງປະຊຸມຖືກດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 08 – 09/08.