(vovworld) - “ຫວຽດນາມ, ຄູ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳອາຊີຕາເວັນອອກສຽງໃຕ້” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາເຊິ່ງຫາກໍດຳເນີນຢູ່ຝລັ່ງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ Ho Thi Kim Thoa ເນັ້ນໜັກວ່າ ການປະກອບສ່ວນຕ່າງໆຂອງປະຊາຄົມນັກທຸລະກິດຝລັ່ງ ແລະ ຫວຽດນາມ ແມ່ນ “ຂົວເຊື່ອມຕໍ່ຢ່າງຕັ້ງໜ້າ” ນຳສິ້ນຄ້າຫວຽດນາມ ອອກສູ່ໂລກ ແລະ ນຳບັນດາຜະລິດຕະພັນຂອງຝລັ່ງ ມາໃຫ້ຜູ້ບໍລິໂພກ, ອຸປະໂພກຫວຽດນາມ. ທ່ານນາງ Ho Thi Kim Thoa ກໍຍົກອອກບາງຂໍ້ສະເໜີກັບປະຊາຄົມນັກທຸລະກິດສອງປະເທດ ເພື່ອສູ້ແຮງການຮ່ວມມືລົງທຶນ, ການຄ້າສອງຝ່າຍ ຄືນຳໃຊ້ຜົນປະໂຫຍດອັງຕັ້ງໜ້າຈາກສັນຍາການຄ້າເຊິ່ງໄດ້ຮັບການລົງນາມລະຫວ່າງສອງປະເທດ; ຍູ້ແຮງການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດກວ່າອີກ.