ກອງປະຊຸມສຳມະນາແລກປ່ຽນການຄ້າຫວຽດນາມ-ຕວກກີ

ກອງປະຊຸມສຳມະນາແລກປ່ຽນການຄ້າຫວຽດນາມ-ຕວກກີ - ảnh 1

ສົ່ງ​ເສີມ​ການ​ຄ້າຫວຽດນາມ-​ຕວກກີ

(ພາບ:ttnn.com.vn)

(vovworld)- ວັນ​ທີ 7/6, ​ໄດ້​ຈັດ​ໃຫ້​ມີກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ການ​ຄ້າ​ຫວຽດນາມ-​ຕວກກີຂຶ້ນຢູ່​ນະຄອນ​ໂຮ່ຈິ​ມິນ. ນະ​ທີ່​ນີ້, ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ: ​ເຖິງ​ວ່າ, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ​ໃນ​ຊຸກ​ປີ​ມໍ່ໆ​ມາ​ນີ້​ກໍ່ຕາມ ​ແຕ່​ຍັງ​ບໍ່​ທັນ​ສ້າງ​ບາດກ້າວ​ບຸກທະລຸ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທັງ​ສອງ​ຝ່າຍ​ເທື່ອ. ສະນັ້ນ, ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽ​ດນາມ ​ແລະ ຕວກກີ ຊຸກຍູ້​ການ​ພົວພັນ​ແລກປ່ຽນ, ການ​ຮ່ວມ​ມື ​ແລະ ​ເປີດ​ກ້ວາງ​ຕາໜ່າງການ​ດຳ​ເນີນ​ທຸລະ​ກິດ. ທ່ານ​ຫວໍ໋​ເຕີນ​ແທ່ງ, ຫົວໜ້າ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ສາ​ຂານະຄອນ​ໂຮ່ຈິ​ມິນ ຖື​ວ່າ:

   “ກາລະ​ໂອກາດ​ສົ່ງ​ອອກ​ຂອງ​ບັນດາ​ວິສາ​ຫະກິດ​ຫວຽດນາມ ​ໄປ​ຕວກກີ ​ແມ່ນ​ໃຫ່ຍຫຼວງທີ່​ສຸດ. ​ໃນ​ຊຸມ​ປີຜ່ານມາ, ພວກ​ເຮົາ​ໄດ້​ສົ່ງ​ອອກ​ສິນຄ້າ​ດ້ວຍ​ວົງ​ເງິນ​ສົ່ງ​ອອກຫຼາຍພໍ​ສົມຄວນ, ​ໂດຍ​ສະ​ເພາ​ແມ່ນ​ການ​ສົ່ງ​ອອກ​ເກີນ​ດຸນ​ໄປ​ຕະຫຼາດນີ້. ນີ້​ແມ່ນ​ໂອກາດ​ເພື່ອ​ວິ​ສາ​ຫະກິດ​ຫວຽດນາມ ຊອກ​ຮູ້​ຄວາມ​ຕ້ອງການ​ຂອງ​ຕະຫຼາດຕວກກີ​ຢ່າງ​ຈະ​ແຈ້ງ​ກ່ວາ ກໍ່​ຄື​ຄວາມ​ຕ້ອງການ​ຂອງ​ແຕ່ລະ​ຄູ່​ຮ່ວມ​ມື
ຂ່າວ/ບົດ​ອື່ນ