ກອງປະຊຸມສຳມະນາແລກປ່ຽນດ້ານ ການຄ້າຫວຽດນາມ-ອິນເດຍ

ກອງປະຊຸມສຳມະນາແລກປ່ຽນດ້ານ ການຄ້າຫວຽດນາມ-ອິນເດຍ - ảnh 1

(ພາບ:infonet.vn)

(vovworld) -  ​ເນື່ອງ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນ​ສ້າງຕັ້ງສາຍ ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ອິນ​ເດຍ, 5 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງຫວຽດນາມ-​ອິນ​ເດຍ, ຕອນ​ເຊົ້າວັນ​ທີ 3/1, ຢູ່ນະຄອນ​ດ່າ​ນັງ, ສະຖານທູດ​ອິນ​ເດຍ ປະຈຳ​ຫວຽດນາມ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ອິນ​ເດຍ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ດ້ານການ​ຄ້າຫວຽດນາມ-​ອິນ​ເດຍ.

     ມາ​ຮອດ​ປະຈຸ​ບັນ, ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫ່ຍຂອງ​ຫວຽດນາມ ດ້ວຍ​ກ່ວາ 60 ​ໂຄງການ​ລົງທຶນ​ເຂົ້າຫວຽດນາມ. ຮອດ​ປີ 2015, ສອງ​ປະ​ເທດ​ສູ້​ຊົນ​ຈະຍົກ​ຍອດ​ວົງ​ເງິນ​ການ​ຄ້າ​ຂຶ້ນ 7 ຕື້ USD. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່ານຮ່ວາງ​ວັນ​ຢຸງ ຮອງ​ປະທານຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “ພວກ​ຂ້າພະ​ເຈົ້າຕີ​ລາຄາ​ສູງ​ບົດບາດ​ຂອງ​ບັນດາ​ອົງການ​ສຳນັກງານ, ກະຊວງ, ຂະ​ແໜງ​ການ, ສະຫະ​ສະມາຄົມ​ອິນ​ເດຍ ​ແລະ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ພົວພັນແລກປ່ຽນ​ດ້ານ​ເສດ​ຖະກິດ, ວັດທະນະທຳ, ການ​ສຶກສາ….ລະຫວ່າງ​ສອງ​ປະ​ເທດ. ການ​ພົວພັນ​ລະຫວ່າງອິນ​ເດຍ ​ແລະ ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ພື້ນຖານ​ຂອງ​ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ຍາວ​ນານ​ລະຫວ່າງອິນ​ເດຍ ​ແລະ ຫວຽດນາມ, ນະ​ໂຍບາຍ​ມຸ້ງ​ໄປ​ເຖິງ​ເຂດ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ ກໍ່​ຄື​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ ​ແມ່ນ​ບັນດາ​ປັດ​ໄຈ​ສະດວກ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ

 

ຂ່າວ/ບົດ​ອື່ນ