(vovworld) - ກອງປະຊຸມຮ່ວມມືແຮງງານຫວຽດນາມ - ສ ເກົາຫຼີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 10/8 ຢູ່ແຂວງ ຫາຍເຢືອງ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Nguyen Thi Kim Ngan, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ໄດ້ເຂົ້າຮ່ວມກອງປະຊຸມ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ Nguyen Thanh Hoa ໃຫ້ຮູ້ວ່າ: ຄົນງານ ຫວຽດນາມ ຖືກເຈົ້າຂອງນຳໃຊ້ແຮງງານ ສ ເກົາຫຼີ ເລືອກເຟັ້ນຍ້ອນມີຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ສ ເກົາຫຼີ. ເມື່ອທຽບກັບ 14 ປະເທດອື່ນ, ຍາມໃດຫວຽດນາມ ກໍນຳໜ້າກ່ຽວກັບອັດຕາຄົນງານໄດ້ຮັບຄວາມໄວ້ວາງໃຈຈາກເຈົ້າຂອງແຮງງານ ສ ເກົາຫຼີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nguyen Thanh Hoa ເນັ້ນໜັກວ່າ:
“ໜຶ່ງໃນບັນດາຈຸດສຸມໃນການຮ່ວມມືລະຫວ່າງຫວຽດນາມ ແລະ ສ ເກົາຫຼີ ໃນຂົງເຂດແຮງງານ - ສັງຄົມ ແມ່ນປະຕິບັດບັນດາມາດຕະການແກ້ໄຂບັນດາຂໍ້ຄົງຄ້າງໃນການນຳຄົນງານຫວຽດນາມ ໄປເຮັດວຽກ ຢູ່ ສ ເກົາຫຼີ, ປະກອບສ່ວນພັດທະນາການຮ່ວມມືໃນຂົງເຂດນີ້ຍິ່ງກ່ວາອີກ. ໃນໄລຍະຈະມາເຖິງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຈະສົມທົບກັບບັນດາອົງການ ແລະ ທ້ອງຖີ່ນສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ ແລະ ອົງການການເມືອງ, ສັງຄົມ ຍູ້ແຮງການໂຄສະນາ, ຂົນຂວາຍສຶກສາຄົນງານມີສະຕິປະຕິບັດກົດໝາຍ ເມື່ອເຮັດວຽກຢູ່ ສ ເກົາຫຼີ. ຂົນຂວາຍບັນດາຄອບຄົວມີລູກຫຼານເຮັດວຽກຢູ່ ສ ເກົາຫຼີ ປຸກລະດົມລູກຫຼານຂອງຕົນປະຕິບັດບັນດາກົດລະບຽບເປັນຢ່າງດີ.”