“ກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດຍິງ ພາກພື້ນ ອາຊີ-ປາຊີຟິກ”

(VOVWORLD) -ຕອນເຊົ້າວັນທີ 18 ຕຸລາ, ທີ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ແລະ ສະມາຄົມປັນຍາຊົນຍິງ ຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດຍິງ ອາຊີ - ປາຊີຟິກ ຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ນັກວິທະຍາສາດຍິງ ເພື່ອການພັດທະນາແບບຍືນຍົງໃນສັງກະລາດດີຈີຕອນ”. ກອງປະຊຸມໄດ້ດໍາເນີນແຕ່ວັນທີ 18 – 20 ຕຸລາ.
“ກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດຍິງ ພາກພື້ນ ອາຊີ-ປາຊີຟິກ” - ảnh 1 ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: qdnd.vn)

ກອງປະຊຸມປີນີ້ແມ່ນ ໂອກາດເພື່ອໃຫ້ແມ່ຍິງຫວຽດນາມ ເປີດກວ້າງການຮ່ວມມື, ປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວລວມຂອງເຄືອຂ່າຍບັນດານັກວິທະຍາສາດຍິງ ແລະ ວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງປະເທດ.

ທ່ານນາງ Gail Mattison, ປະທານເຄືອຂ່າຍບັນດານັກວິທະຍາສາດ ແລະ ເຕັກນິກ ຍິງສາກົນ (INWES) ຕີລາຄາສູງວຽກງານການຈັດຕັ້ງຂອງປະເທດເຈົ້າພາບຫວຽດນາມ ແລະ ໃຫ້ຮູ້ວ່າ ນີ້ແມ່ນ ກອງປະຊຸມທີ່ມີຜູ້ແທນເຂົ້າຮ່ວມຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດປັດຈຸບັນ, ທ່ານກ່າວວ່າ:

“ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນຢູ່ຫວຽດນາມ ສືບຕໍ່ມານະພະຍາຍາມເພື່ອມຸ່ງໄປເຖິງບັນດາເປົ້າໝາຍທີ່ໄດ້ວາງອອກ. ຂ້າພະເຈົ້າຫວັງວ່າ, ບັນດາຜູ້ແທນເຂົ້າຮ່ວມ ຈະແລກປ່ຽນບົດຮຽນ, ສົ່ງເສີມຜູ້ຍິງລຸ້ນໃໝ່ເຂົ້າຮ່ວມ ເພື່ອໃຫ້ເຂົາເຈົ້າກາຍເປັນນັກຊ່ຽວຊານ, ເປັນການນໍາ, ເປັນນັກທຸລະກິດ, ນັກການທູດ ເພື່ອການເຊື່ອມໂຍງເຂົ້າກັບສາກົນ”.

 ພາຍໃນ 03 ວັນດໍາເນີນກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມຈະປຶຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວລວມຂອງເຄືອຂ່າຍ ແລະ ຮັບຟັງການແບ່ງປັນຄໍາຄິດເຫັນຈາກນັກປາຖະກະຖາ - ແຂກຖືກເຊີນຈໍານວນໜຶ່ງ. ພ້ອມກັນນັ້ນ, ກອງປະຊຸມສໍາມະນາຫົວເລື່ອງສະເພາະ ຈະສຸມໃສ່ປຶກສາຫາລື ກ່ຽວກັບບັນດາຫົວຂໍ້ ຄື: ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນວິທະຍາສາດ ແລະ ເຕັກໂນໂລຢີ ໃນສະພາບການປະຕິວັດອຸດສາຫະກໍາ ຄັ້ງທີ 4; ໂພຊະນາການ ແລະ ຄວາມປອດໄພດ້ານສະບຽງອາຫານ ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ