ກອງປະຊຸມເຈລະຈາລະຫວ່າງບັນດາປະເທດ P5+1 (ໂດຍບໍ່ມີການເຂົ້າຮ່ວມຂອງ ອາເມລິກາ) ກັບ ອີຣານ

(VOVWORLD) - ວັນທີ 26 ກຸມພາ, ຢູ່ນະຄອນ ວຽນ, ປະເທດ ໂອຕາລິດ ໄດ້ດຳເນີນກອງປະຊຸມເຈລະຈາລະຫວ່າງບັນດາປະເທດ P5+1 ກັບ ອີຣານ (ໂດຍບໍ່ມີການເຂົ້າຮ່ວມຂອງ ອາເມລິກາ)  ດ້ວຍຄວາມມານະພະຍາຍາມຮັກສາຂໍ້ຕົກລົງນິວເຄຼຍ ເຊິ່ງລົງນາມໃນປີ 2015. ເຖິງຢ່າງໃດກໍ່ຕາມ, ກອງປະຊຸມສິ້ນສຸດລົງ ແຕ່ບໍ່ສາມາດບັນລຸໄດ້ຄວາມຄືບໜ້າປາຍໃດ.
ກອງປະຊຸມເຈລະຈາລະຫວ່າງບັນດາປະເທດ P5+1 (ໂດຍບໍ່ມີການເຂົ້າຮ່ວມຂອງ ອາເມລິກາ) ກັບ ອີຣານ - ảnh 1ການນຳບັນດາປະເທດ P5+1 ເຂົ້າຮ່ວມກອງປະຊຸມ (ພາບ: RT)

        ບັນດາປະເທດເຂົ້າຮ່ວມຂໍ້ຕົກລົງ, ລວມມີ: ຈີນ, ລັດເຊຍ, ຝຣັ່ງ, ເຢຍລະມັນ ລ້ວນແຕ່ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ລະເມີດບັນດາຄຳໝັ້ນສັນຍາທີ່ບັນຈຸໃນຂໍ້ຕົກລົງນິວເຄຼຍ, ພ້ອມທັງໃຫ້ຮູ້ວ່າ: ບັນດາຝ່າຍພວມຊອກຫາທຸກວິທີ ເພື່ອຮັກສາຂໍ້ຕົກລົງນີ້. ໃນຖະແຫຼງການໜຶ່ງພາຍຫລັງກອງປະຊຸມ, ຜູ້ນຳໜ້ານະໂຍບາຍການຕ່າງປະເທດຂອງ ອີຢູ, ທ່ານ Josep Borrell ໄດ້ສະແດງຄວາມວິຕົກກັງວົນຢ່າງຮ້າຍແຮງ ກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍານິວເຄຼຍຂອງ ອີຣານ. ທ່ານກໍ່ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກທັງໝົດ ລ້ວນແຕ່ຢັ້ງຢືນຄືນໃໝ່ເຖິງຄວາມສຳຄັນຂອງເລື່ອງຮັກສາຂໍ້ຕົກລົງ ຍ້ອນວ່າ ນີ້ແມ່ນປັດໄຈແກ່ນສານໃນຄວາມມານະພະຍາຍາມບໍ່ເຜີຍແຜ່ອາວຸດນິວເຄຼຍຢູ່ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ