ທ່ານ Nguyen Trong Dam ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມກ່າວຄຳປາໄສໄຂກອງປະຊຸມ
ພາບ: internet
|
(vovworld) - ກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ + 3 ກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ (SOMSWD + 3) ຄັ້ງທີ 7 ຖືກຈັດຕັ້ງຂຶ້ນຢູ່ ຮ່າໂນ້ຍ. ກ່າວຄຳປາໄສໄຂກອງປະຊຸມ, ທ່ານ Nguyen Trong Dam ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເນັ້ນຫນັກວ່າ: ໂລກພວມມີບັນດາບາດກ້າວພັດທະນາທາງດ້ານເສດຖະກິດ, ວິທະຍາສາດເຕັກນິກ ແລະ ເຕັກໂນໂລຊີຢ່າງວ່ອງໄວ. ເຖິງຢ່າງໃດກໍຕາມ, ຜູ້ທຸກຍາກ, ດ້ອຍໂອກາດຍັງຄົງແມ່ນຜູ້ໄດ້ຊົມໃຊ້ຜົນປະໂຫຍດຕາມຫລັງຂອງບັນດາຜົນງານແຫ່ງຄວາມກ້າວຫນ້າ ພ້ອມກັນນັ້ນ ເຂົາເຈົ້າພັດແມ່ນຜູ້ຖືກຜົນຮ້າຍຢ່ອນຫລັງກ່ອນໝູ່ຈາກວິກິດການເສດຖະກິດ, ການເງິນ, ໄພທຳມະຊາດ. ເພາະສະນັ້ນ ບັນດາປະເທດໃນພາກພື້ນຄວນຮ່ວມມືຢ່າງແຫນ້ນແຟ້ນກວ່າອີກເພື່ອຊຸກຍູ້ຂົງເຂດສະຫວັດດີການສັງຄົມ ແລະ ພັດທະນາ. ທີ່ກອງປະຊຸມດັ່ງກ່າວ, ບັນດາປະເທດອາຊຽນ ແລະ ບັນດາຄູ່ເຈລະຈາຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ໄດ້ແບ່ງປັນທັດສະນະກ່ຽວກັບການຊຸກຍູ້ບໍລິການ, ສະຫວັດດີການສັງຄົມໃຫ້ແກ່ກຸ່ມຄົນດ້ອຍໂອກາດ, ເກັບກຳສະພາບການຂອງບັນດາໂຄງການເຄື່ອນໄຫວຮ່ວມມືໃນຂົງເຂດສະຫວັດດີການສັງຄົມ ແລະ ການພັດທະນາ ພ້ອມທັງກຳນົດບັນດາມາດຕະການ, ໂຄງການຮ່ວມມືໃນຊຸມປີຈະມາເຖິງ ບົນພື້ນຖານຜົນປະໂຫຍດຂອງແຕ່ລະປະເທດ ແລະ ທົ່ວພາກພື້ນ.