ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ-ຈີນ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ-ຈີນ - ảnh 1

(ພາບປະກອບ: truongsahoangsa.info)​

( vovworld ) –  ​​ແຕ່​ວັນ​ທີ 24-25/6, ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ອາ​ຊຽນ-ຈີນ ກ່ຽວ​ກັບ​ການ​ປະ​ຕິ​ບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶ​ດຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ໄດ້​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ Pham Quang Vinh ​ແລ​ະ ທ່ານຮອງ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຟູ​ຢິງ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ. ຝ່າຍ​ຕ່າງໆ​ໄດ້​ຢືນຢັນ​ຄຳໝັ້ນສັນຍາ​ເຄົາລົບ ​ແລະ ປະຕິບັດ​ຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶ​ດຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກຄືນ​ໃໝ່​ ​ແລະ ພ້ອມ​ກັນມຸ່ງ​ໄປ​ເຖິງ​ການ​ສ້າງປະມວນ​ກົດໝາຍ​ກ່ຽວ​ກັບການ​ປະພຶ​ດຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)  ​ໃຫ້ສົມ​ບູນ​ແບບ. ປະ​ເທດ​ຕ່າງໆ​ໄດ້​ກ່າວ​ຄຳ​ເຫັນ​ເນັ້ນໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​​ໃນ​ການການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ດ້ວຍ​ມາດ​ຕະການ​ສັນຕິພາບ ບົນ​ພື້ນຖານ​ກົດໝາຍ​ສາກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ອາ​ຊຽນ ສະ​ເໜີ​ຕອ້ງດຳ​ເນີນ​ການ​ແລກປ່ຽນ​ລະຫວ່າງ​ອາ​ຊຽນ-ຈີນ ​ໂດ​ຍ​ໄວ ​ເພື່ອ​ແນ​ໃສ່​ສ້າງ​ປະມວນ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ Pham Quang Vinh ​ໄດ້​ຍົກ​ສູງ​ເລື່ອງ​ເຄົາລົບ ​ແລະ ປະຕິບັດ DOC ຢ່າງ​ຄົບ​ຖ້ວນ, ຖື​ວ່າ ນີ້​ແມ່ນ​ການ​ປະກອບສ່ວນ​ອັນ​ແທດ​ຈິງ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ການ​ເດີນ​ທະ​ເລ​ໃນ​ພາກ​ພື້ນ​ເວົ້າສະ​ເພາະ, ​ໃນທະ​ເລ​ຕາ​ເວັນ​ອອກ​ເວົ້າລວມ ​ແລະ ທ່ານ​ເນັ້ນໜັກ​ວ່າ: ຝ່າຍ​ຕ່າງໆ​ຄວນ​ມຸ່ງ​ໄປ​ເຖິງ​ການ​ສ້າງ COC ​ໃຫ້ສຳ​ເລັດ, ຜ່ານ​ນັ້ນ ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບໃນ​ພາກ​ພື້ນ​ ​ແລະ ​ໃນ​ເຂດທະ​ເລ​ຕາ​ເວັນ​ອອກ​.

ຂ່າວ/ບົດ​ອື່ນ