ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ບັນດາປະ ເທດອະນຸພາກພື້ນແມ່ ນ້ຳຂອງ
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຟ້າມກູວງໍ້ ກ່າວຄຳເຫັນນະພິທີ
(ພາບ: vnexpress.net)
(vovworld) - ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ໄດ້ໄຂຂຶ້ນເມື່ອຕອນເຊົ້າວັນທີ 14/2 ຢູ່ ຮ່າໂນ້ຍ. ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ, ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂັ້ນສູງຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ແລະ ຜູ້ຕາງໜ້າບັນດາອົງການສາກົນ, ສະຖານທູດບັນດາປະເທດ ອາເມລິກາ, ການາດາ, ສະຫະພາບ ເອີລົບ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນຕີ ຟ້າມກູວງໍ້, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເນັ້ນໜັກວ່າ: ພາຍຫຼັງເກືອບ 7 ປີ ແຫ່ງການປະຕິບັດ “ຂໍ້ລິເລີ່ມການຮ່ວມມືຂັ້ນລັດຖະມົນຕີໃນການປ້ອງກັນ, ຕ້ານການຄ້າມະນຸດຢູ່ອະນຸພາກພື້ນແມ່ນ້ຳຂອງ” (ຫຼື COMMIT), ຫວຽດນາມ ແລະ ບັນດາປະເທດສະມາຊິກບັນລຸໄດ້ບັນດາຜົນງານທີ່ໜ້າສົນໃຈ. ທ່ານ ພົນຕີ ຟ້າມກູວງໍ້ ເວົ້າວ່າ:
“ອາດເວົ້າໄດ້ວ່າ: COMMIT ແມ່ນວິວັດການໜຶ່ງທີ່ມີລັກສະນະເປັນເອກະລັກສະເພາະ, ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ ພຽງແຕ່ມີຢູ່ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ແລະ ໂດຍແມ່ນລັດຖະບານ 6 ປະເທດສ້າງຕັ້ງຂຶ້ນຜ່ານເວທີປາໄສສົນທະນາຫາລືນະໂຍບາຍຂັ້ນສູງ ແລະ ວິທີສຳພັດຫຼາຍຂະແໜງ, ຊີ້ນຳສຸມໃສ່ຂົງເຂດປ້ອງກັນ, ຕ້ານການຄ້າມະນຸດ, ຕິດພັນກັບແຜນການຮັບມືລະດັບພາກພື້ນເພື່ອແນໃສ່ໜູນຊ່ວຍບັນດາປະເທດແກ້ໄຂບັນຫາການຄ້າມະນຸດໂດຍພື້ນຖານ”
ໃນການເຮັດວຽກເປັນເວລາ 2 ວັນ, ກອງປະຊຸມສຸມໃສ່ການຕີລາຄາໝາກຜົນປະຕິບັດແຜນການເຄື່ອນໄຫວຂອງອະນຸພາກພື້ນແມ່ນ້ຳຂອງໄລຍະ 2 ແລະ ສ້າງແຜນການເຄື່ອນໄຫວອະນຸພາກພື້ນໄລຍະ 3. ພາຍຫຼັງກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ, ວັນທີ 16/2 ຈະດຳເນີນກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດອະນຸພາກພື້ນແມ່ນ້ຳຂອງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ.